ແຂວງສະຫວັນນະເຂດ ສົ່ງອອກເຂົ້າໄປຈີນ 3 ໝື່ນໂຕນຕໍ່ປີ

ການຂະຫຍາຍຕົວຂອງຕະຫຼາດຈີນ ແມ່ນເປັນໂອກາດດີສຳ ລັບການພັດທະນາດ້ານກະສິກຳຂອງແຂວງສະຫວັນນະເຂດ ໃນອະນາຄົດ. ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ກ່າວຕໍ່ສື່ມວນຊົນ CMG ປະຈໍາລາວ ເມື່ອບໍ່ດົນມານີ້ວ່າ, ແຂວງສະຫວັນນະເຂດ ເລັ່ງໃສ່ການສົ່ງເສີມການຜະລິດພືດສິນຄ້າເພື່ອສົ່ງອອກສູ່ຕະຫຼາດຈີນ ທີ່ສອງຝ່າຍລາວ-ຈີນຮ່ວມລົງນາມ 34 ພືດຮ່ວມກັນ.
ທ່ານ ຄໍາມອນ ທິລາວົງ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດມີເນື້ອທີ່ກະສິກຳທັງໝົດ 651,385 ເຮັກຕາ ກວມເອົາ 30% ຂອງເນື້ອທີ່ທັງໝົດຂອງແຂວງ. ໃນນັ້ນ, ມີເນື້ອທີ່ປູກເຂົ້າ 212,000 ເຮັກຕາ ແລະ ປູກພືດອື່ນໆ. ມີທ່າແຮງດ້ານການປຸກເຂົ້າປະກອບມີ 2 ທົ່ງພຽງໃຫຍ່ຄື: ທົ່ງພຽງເຊບັ້ງຫຽງ ແລະ ທົ່ງ ພຽງເຊບັ້ງໄຟ ທີ່ມີລະບົບໂຄງລ່າງພື້ນພານ ແລະ ພື້ນຖານການຜະລິດ ໂດຍໄດ້ສຸມໃສ່ຜະລິດເປັນສິນຄ້າສົ່ງອອກ.
ນອກຈາກນັ້ນ, ຍັງໄດ້ມີການຈັດສັນໂດຍສະເພາະການປູກເຂົ້າເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ ເປົ້າໝາຍແມ່ນຕະຫຼາດຈີນ ອີງໃສ່ຄວາມພື້ນທີ່ ແລະ ສະພາບແວດລ້ອມຂອງແຂວງທີ່ເໝາະສົມ ໂດຍເລັ່ງໃສ່ການປູກພືດສິນຄ້າສົ່ງອອກຂອງແຂວງແມ່ນອີງໃສ່ລາຍການທີ່ສອງຝ່າຍລາວ ໄດ້ເຈລະຈາຮ່ວມ ກັບຕະຫຼາດຈີນ. ລວມເຖີງການຈັດສັນການປູກພືດໄດ້ຈັດຖືກຕາມຄວາມເໝາະສົມຂອງດິນ, ສົ່ງເສີມການປູກພືດ ແລະ ການ ລ້ຽງສັດ ເພື່ອໃຫ້ການຜະລິດມີປະລິມານ ແລະ ຄຸນນະພາບດີຂຶ້ນ ໂດຍໃຊ້ຕົ້ນທຶນຕໍ່າ.
ທ່ານ ຄໍາມອນ ທິລາວົງ ກ່າວຕື່ມວ່າ: ສິນຄ້າທີ່ສົ່ງໄປຈີນຕົ້ນຕໍແມ່ນເຂົ້າ (ຕາມໂກຕ້າແມ່ນ 5.000 ໂຕນຕໍ່ປີ) ແຕ່ຕົວຈິງສະໜອງໄດ້ພຽງແຕ່ 30.000 ໂຕນຕໍ່ປີ, ນອກນີ້ຍັງມີສັດໃຫຍ່ງົວ, ຄວາຍ(ໂກຕ້າ43,000 ໂຕຕໍ່ປີ), ໝາກກ້ຽງຫວານ, ມັນຕົ້ນ. ໂດຍຜ່ານດ່ານສາກົນສະຫວັນນະເຂດ-ໄທ, ດ່ານສາກົນສະຫວັນ ນະເຂດ-ຫວຽດນາມ, ແລະ ດ່ານສາກົນບໍ່ເຕ່ນ-ບໍ່ຫານ ແຂວງຫຼວງນໍ້າທາ. ປະຈຸບັນຍັງມີຫຼາຍບໍລິສັດໃຫຍ່ ຜູ້ປະກອບການ ແລະ ນັກລົງທຶນໃສ່ການປູກຖົ່ວລຽນທີ່ກໍາລັງມີທ່າອ່ຽງຂະຫຍາຍຢ່າງກວ້າງຂວາງ ຍ້ອນການຂະຫຍາຍຕົວຂອງຕະຫຼາດຈີນ ແມ່ນເປັນໂອກາດດີສຳລັບການພັດທະນາດ້ານກະສິກຳຂອງແຂວງສະ ຫວັນນະເຂດ ໃນອະນາຄົດ.
ທີ່ມາ: CMG FM93





