ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2

ວັນທີ 25 ກຸມພາ 2025, ທີ່ ຮ່າໂນ້ຍ, ສສ ຫວຽດນາມ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ໃນນາມຕາງຫນ້າ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາ ຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກ ແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ໂດຍການເປັນປະທານຂອງ ທ່ານ ຟາມ ມິງ ຈິງ, ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.
ກອງປະຊຸມເວທີອະນາຄົດອາຊຽນ ແມ່ນຂໍ້ລິເລີ້ມຂອງຫວຽດ ນາມ ຈັດຂື້ນເພື່ອລະດົມຄວາມຄິດຄວາມເຫັນ ຈາກພາກລັດ ກໍຄືບັນດາຜູ້ນຳ, ພາກເອກະຊົນ, ຊາວຫນຸ່ມ ແລະ ນັກຄົ້ນຄວ້າຈາກພາກພື້ນ ແລະ ນອກພາກພື້ນ ເພື່ອຮັດແຫນ້ນການຮ່ວມມື ໃນການສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງໃນອານາຄົດ.
ໃນກອງປະຊຸມຄັ້ງທີ 2 ນີ້ ແມ່ນແນໃສ່ລະດົມຄວາມຄິດຄວາມເຫັນ ໃນການຮັບມືກັບສິ່ງທ້າທາຍ ໃນສະພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ຫນ້າ ໂດຍຜ່ານ ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດຂື້ນໃນເດືອນ ພຶດສະພາ 2025 ນີ້ ທີ່ມາເລເຊຍ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ໃນພິທີເປີດກອງປະຊຸມ ແລະ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ້ມຂອງ ຫວຽດນາມ ໃນການຈັດກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີສຳຄັນຂອງພາກພື້ນ ແລະ ໄດ້ຢໍ້າວ່າ ຄຳຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະກັບ ທ່າອ່ຽງ ກໍຄື ສະພາບການຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນ ສິ່ງທ້າ ທາຍ ທີ່ເກີດຈາກ ການພັດທະນາ ເທັກໂນໂລຍີ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈີຕອນ, ບັນຫາການ ປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ບັນຫາອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງ ໃນພາກພື້ນ ແລະ ໃນໂລກ. ຕໍ່ສະພາບການດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນວ່າ ອາຊຽນ ຕ້ອງໄດ້ສືບຕໍ່ຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງຕົນ ກໍຄື ຂອງບັນດາປະເທດສະມາຊິກອາຊຽນ ຄືດັ່ງ ບູລິມະສິດຂອງ ສປປ ລາວໃນການເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄຳຂວັນ “ຮັດແຫນ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເຮັດໃຫ້ອາຊຽນສາມາດຮັບມືກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງ ຍາກຕ່າງໆ ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ແລະ ກ້າວໄປພ້ອມກັນ ໄປສູ່ປະຊາຄົມທີ່ມີຄວາມເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ




