ໄຊຍະບູລີ ສົ່ງອອກສິນຄ້າ 14 ລາຍການໄປຈີນ

ຫວ່າງມໍ່ໆມານີ້, ທ່ານ ບຸນຖົມ ຈັນທະລັງສີ ຮອງຫົວໜ້າ ຂະແໜງປູກຝັງ ແຂວງໄຊຍະບູລີໄດ້ໃຫ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວວ່າ: ແຂວງໄຊຍະບູລີມີທ່າແຮງໃນການປູກພືດເປັນອາຫານແລະເປັນສິນຄ້າຢ່າງຕໍ່ເນື່ອງ.ສະເພາະປີຜ່ານມາ,ການຜະລິດເຂົ້າເປືອກລວມໃນທົ່ວແຂວງບັນລຸໄດ້ 197,500 ໂຕນ, ເຊິ່ງສູງກວ່າຄວາມຕ້ອງການບໍລິໂພກພາຍໃນແຂວງທີ່ປະມານ 99,000 ໂຕນ. ນອກຈາກນີ້, ການປູກພືດສະບຽງອາຫານອື່ນໆ ກໍ່ສາມາດບັນລຸໄດ້ 148,296 ໂຕນ, ເຊິ່ງຖືວ່າພຽງພໍຕໍ່ຄວາມ ຕ້ອງການບໍລິໂພກ ແລະ ຊົມໃຊ້ພາຍໃນແຂວງ.
ທ່ານ ບຸນຖົມຈັນທະລັງສີ ກ່າວຕື່ມວ່າ:ໃນປີຜ່ານມາແຂວງໄຊຍະ ບູລີສົ່ງອອກສິນຄ້າກະສິກໍາທັງໝົດ 23 ລາຍການ, ມີຈຳນວນ 812,140 ໂຕນ ແລະ ມີມູນຄ່າ 117,438,000 ໂດລາ. ສິນຄ້າສົ່ງອອກຫຼັກໆລວມມີມັນຕົ້ນ,ສາລີແຂງ, ຂີງ, ໝາກກ້ວຍ, ໝາກ ໂມ, ຖົ່ວເຫຼືອງ, ໝາກນອດ, ໝາກພຸກ, ໝາກມ່ວງ, ເຄືອແດງດ່າງ, ຢາຫົວ, ຢາສູບ, ໝາກອຶ, ແລະ ຢາງພາລາ ແມ່ນສົ່ງໄປ ສປຈີນ ແລະໄທ. ສຳລັບສປຈີນ, ມີພືດ 34 ຊະນິດທີ່ລັດຖະບານສອງຝ່າຍໄດ້ລົງນາມອະນຸສັນຍາຮ່ວມກັນ, ແລະ ແຂວງໄຊຍະບູລີສາມາດສົ່ງອອກໄດ້ 14 ລາຍການ, ມີຈຳນວນ 207,041 ໂຕນ ແລະ ມູນຄ່າ 49,377,000 ໂດລາ.
ນອກນັ້ນ,ແຂວງໄຊຍະບູລີຍັງເລັ່ງໃສ່ຊຸກຍູ້ສົ່ງເສີມການຜະລິດພາຍໃນແລະຈໍາກັດການນຳເຂົ້າພືດຜັກທີ່ບໍ່ຈຳເປັນຈາກຕ່າງປະ ເທດ, ໂດຍສະເພາະໃນເຂດຊາຍແດນທີ່ມີດ່ານສາກົນ ແລະ ດ່ານປະເພນີ. ບັນດາເມືອງທີ່ໄດ້ຮັບການສົ່ງເສີມໃນການຜະລິດພາຍ ໃນລວມມີ ເມືອງ ໄຊຍະບູລີ, ເມືອງ ພຽງ, ເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງທົ່ງມີໄຊ, ເມືອງເງິນ, ເມືອງຫົງສາ, ເມືອງຊຽງຮ່ອນ, ເມືອງປາກລາຍ, ແລະ ເມືອງຄອບ. ພ້ອມນີ້, ໄດ້ອຳນວຍຄວາມ ສະດວກໃຫ້ນັກທຸລະກິດ ແລະ ຊາວກະສິກອນໃນການລົງ ທຶນຜະລິດພືດບຸລິມະສິດທີ່ສາມາດສົ່ງອອກໄປຈີນ.
ປັດຈຸບັນ,ແຂວງໄຊຍະບູລີມີບໍລິສັດລົງທຶນດ້ານການປູກຝັງທັງໝົດ 130 ຫົວໜ່ວຍ ແລະ ສາມາດຜະລິດພືດສິນຄ້າໄດ້ 3,286,898 ໂຕນ ຫຼື ເທົ່າກັບ 156.52% ຂອງແຜນການ.
ທີ່ມາ: CMG FM93





