ທົດລອງສະແດງສິລະປະ-ວັດທະນະທໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ອະນຸກໍາມະການໂຄສະນາຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ໄດ້ຈັດພິທີສະແດງສິລະ ປະ-ວັດທະນະທໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ທົດລອງ (ຄັ້ງທີ 1) ຂຶ້ນໃນວັນທີ 24 ກຸມພາ ທີ່ຫໍວັດທະ ນະທຳແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະ ທານສູນກາງແນວລາວສ້າງຊາດ.
ໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນກ່າວເປີດພິທີ ແລະ ລາຍງານໂດຍຫຍໍ້ກ່ຽວກັບການເຝິກຊ້ອມ ເຊິ່ງສິລະປິນມາຈາກຫຼາຍພາກສ່ວນໄດ້ປະກອບເຂົ້າກັນ ປະມານ 300 ກວ່າຄົນແລະການສະແດງຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມແລະຟັງການເສບວົງດົນຕີ ຊິມໂຟນີ້ (ອໍແກດສະຕຣາ) ໃນຫົວຂໍ້: ຮັກບ້ານເກີດ ແລະ ພາກທີ 2 ຊົມການ ສະແດງປະສົມປະສານລະຫວ່າງດົນຕີ ຟ້ອນ ຮ້ອງເພງ ລະຄອນ ກາຍຍະສິນ ປະກອບພາບແສງສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກມາແມ່ນມີເນື້ອໃນດີ ແລະ ງົດງາມປະທັບໃຈ.
ທີ່ມາ: ວຽງຈັນໃຫມ່





