ງານວາງສະແດງພາບຖ່າຍ “ວິວັດການ 30 ປີທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ” ໄຂຂຶ້ນໃນຕອນເຊົ້າວັນທີ 25 ກຸມພາ ຢູ່ສະຖາບັນການພົວພັນຕ່າງປະເທດ (ຮ່າໂນ້ຍ). ນີ້ແມ່ນການເຄື່ອນໄຫວໜຶ່ງກ່ອນຈັດເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 (AFF 2025), ທີ່ດຳເນີນໃນລະຫວ່າງວັນທີ 25 – 26 ກຸມພານີ້ ຢູ່ນະຄອນຫລວງຮ່າໂນ້ຍຂອງຫວຽດນາມ.
ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານວາງສະແດງ. ງານວາງສະແດງຄັ້ງນີ້ ມີມີພາບຖ່າຍເກືອບ 100 ແຜ່ນທີ່ສະແດງໃຫ້ເຫັນເຖີງວິວັດທະນາການຂອງ ຫວຽດນາມໃນອາຊຽນ, ນັບແຕ່ເວລາເຂົ້າເປັນສະມາຊິກໃນເດືອນກໍລະກົດ 1995 ຕະຫຼອດຮອດບັນດາເຫດການໃຫຍ່ທີ່ຫວຽດນາມ ເຂົ້າຮ່ວມ, ກໍ່ຄືບັນດາຂໍ້ລິເລີ່ມທີ່ຫວຽດນາມຊຸກຍູ້ໃນການເຊື່ອມໂຍງພາກພື້ນ, ເພີ່ມທະວີການພົວພັນຂອງ ຫວຽດ ນາມ ກັບບັນດາຄູ່ຮ່ວມມືໃຫຍ່ໃນໂລກ ແລະ ການປັບປຸງບົດບາດເປັນໃຈກາງຂອງກຸ່ມ.
ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ທີ່ໃຫ້ກຽດເຂົ້າຮ່ວມພິທີ່ໄດ້ກ່າວເນັ້ນໜັກວ່າ: ວິວັດທະນາການທີ່ເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ໃນອາຊຽນ ແມ່ນສິ່ງພິສູດຢ່າງເຂັ້ມແຂງໃຫ້ແກ່ຄວາມກ້າວໜ້າຂອງປະເທດໜຶ່ງທີ່ປະກອບສ່ວນສໍາຄັນຕໍ່ອາຊຽນ ແລະ ພາກພື້ນ. ບັນດາພາບຖ່າຍໃນງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຫັນປະຈັກຕາບັນດາຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ໃນອາຊຽນເທົ່ານັ້ນ ຫາກຍັງຮູ້ສຶກໄດ້ເຖິງອະນາຄົດລວມຂອງອາຊຽນອີກດ້ວຍ.
ທີ່ມາ: ວິທະຍຸກະຈາຍສຽງຫວຽດນາມ



