ພະແນກຕຳຫຼວດຕ້ານການຄ້າມະນຸດ ຫ້ອງຕຳຫຼວດ ປກສ ນວ ສາມາດແກ້ໄຂຄະດີໄດ້ 39 ເລື່ອງ

ກອງປະຊຸມສະຫຼຸບວຽກງານວິຊາສະເພາະປະຈຳ ປີ 2024 ແລະ ວາງທິດທາງແຜນການ ປີ 2025 ຂອງພະແນກຕຳຫຼວດຕ້ານການຄ້າມະນຸດ ຫ້ອງຕຳຫຼວດ ປກສ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ຫ້ອງປະ ຊຸມຊັ້ນ 5 ຫ້ອງຕຳຫຼວດ.
ພັທ ສີວັນ ພິທັກຂະວົງ ຮອງຫົວໜ້າພະແນກຕຳຫຼວດຕ້ານການຄ້າມະນຸດ ຫ້ອງຕຳຫຼວດ ປກສ ນວ ໄດ້ຜ່ານຮ່າງບົດສະຫຼຸບວຽກງານວິຊາສະເພາະປະຈຳ ປີ 2024 ໂດຍໃຫ້ໃຫ້ຮູ້ວ່າ: ພະແນກຕໍາຫຼວດຕ້ານການຄ້າມະນຸດ ໄດ້ຮັບຄໍາຮ້ອງຟ້ອງ-ຄະດີ ເກີດຂື້ນທັງໝົດ 49 ເລື່ອງ, ເປັນຄຳຮ້ອງ 17 ເລື່ອງ, ຄະດີຄ້າມະນຸດ 16 ເລື່ອງ, ຄະດີຄ້າປະເວນີ 11 ເລື່ອງ, ຄະດີທໍາມິດສະຈານ 10 ເລື່ອງ, ຄະດີທໍາສໍາເລົາເດັກ 05 ເລື່ອງ, ຄະດີຂົ່ມຂືນທໍາສໍາເລົາ 04 ເລື່ອງ, ສ້າງຄວາມເສຍຫາຍຜ່ານສືບອອນລາຍ 01 ເລື່ອງ, ສໍ້ໂກງຊັບພົນລະເມືອງ 01 ເລື່ອງ, ໄຊ້ເລ່ລ່ຽມເພື່ອມີເພດສຳພັນ 01 ເລື່ອງ, ສາມາດແກ້ໄຂ້ສໍາເລັດ 39 ເລື່ອງ, ສົ່ງໄອຍະການ 22 ເລື່ອງ, ຊັດມ້ຽນ 04 ເລື່ອງ, ສົ່ງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕຳຫຼວດ 4 ເລື່ອງ, ສົ່ງຄຳຮ້ອງຄືນໃຫ້ເຈົ້າຂອງຄຳຮ້ອງ 1 ເລື່ອງ, ບໍ່ເປີດການສືບສວນສອບສວນ 7 ເລື່ອງ, ໂຈະການສືບສວນສອບສວນ 1 ເລື່ອງ, ຄະດີ ແລະ ຄໍາຮ້ອງ ຍັງເຫຼືອຕົວຈິງ 10 ເລື່ອງ ເປັນຄຳຮ້ອງ 06 ເລື່ອງ.
ກອງປະຊຸມພາຍໃຕ້ການເປັນປະທານຂອງ ພັທ ບຸນຮ່ວງ ແສງມະນີ ຫົວໜ້າພະແນກຕຳຫຼວດຕ້ານການຄ້າມະນຸດ ຫ້ອງຕຳຫຼວດ ປກສ ນວ.




