ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກ່ຽວກັບບັນຫາສິ່ງແວດລ້ອມຂອງໂຄງການຂຸດຄົ້ນຖ່ານຫີນພາກຂະຫຍາຍຢູ່ເມືອງເຟືອງ

Feb 26, 2025

ຫາລືກ່ຽວກັບບັນຫາສິ່ງແວດລ້ອມຂອງໂຄງການຂຸດຄົ້ນຖ່ານຫີນພາກຂະຫຍາຍຢູ່ເມືອງເຟືອງ
ວັນທີ 21 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາ ລືແບບມີສ່ວນຮ່ວມ ຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງ ແວດລ້ອມ ສໍາລັບໂຄງການຂຸດຄົ້ນຖ່ານຫີນ ໃນເນື້ອທີ່ 6,56 ກິໂລຕາແມັດ (ພາກຂະຫຍາຍ) ຢູ່ເມືອງເຟືອງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດ ຖະມົນຕີ.
ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຕໍ່ກັບເນື້ອໃນບົດລາຍ ງານປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນຖ່ານຫີນ ດັ່ງກ່າວ. ພາຍ ຫຼັງຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຫຍໍ້ສະພາບລວມຂອງໂຄງການ ລວມທັງແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຈາກເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳເຫັນ, ຕັ້ງຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ໃຫ້ຜູ້ພັດທະນາໂຄງການ ເພື່ອນຳໄປປັບປຸງໃສ່ຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໃຫ້ສົມບູນຄົບຖ້ວນ ແລະ ຮັດກຸມຂຶ້ນຕຶ່ມ.
ຂ່າວ: ພິກຸນທອງ ບຸນໃສ