ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກຄະນະພັກຮາກຖານ ພະແນກ ຖວທ ແຂວງຫຼວງພະບາງ ຄັ້ງທີ VI

Feb 26, 2025

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກຄະນະພັກຮາກຖານ ພະແນກ ຖວທ ແຂວງຫຼວງພະບາງ ຄັ້ງທີ VI
ກອງປະຊຸມໃຫຍ່ ສະມາຊິກພັກ ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ່ 24 ກຸມພານີ້.
ກອງປະຊຸມໃຫຍ່ ໄດ້ສະແດງຄວາມເຫັນດີເປັນເອກະພາບ ນໍາການສະຫຼຸບຕີລາ ຄາໝາກຜົນຂອງການຈັດຕັ້ງປະຕິບັດບັນດາມະຕິຂອງພັກ ເປັນຕົ້ນ ຜົນງານທີ່ຍາດມາໄດ້ໃນ 05 ປີ ຜ່ານມາ; ທັງໄດ້ເປັນເອກະສັນຮັບຮອງເອົາເນື້ອໃນບົດລາຍງານການເມືອງ ທັງ 2 ພາກ, ແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຕ່ປີ 2025-2029 ແລະບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ຊຸດທີ V, ຮັບປະກັນເຮັດໃຫ້ພະແນກ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢ່າງໜັກແໜ້ນ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ, ສ້າງພັກໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງຄຸນະພາບທາງດ້ານວຽກງານວິຊາສະເພາະ ຂອງບັນດາຄະນະໜ່ວຍພັກ ແລະສະມາຊິກພັກ, ປັບປຸງກົນໄກ ນະໂຍບາຍການບໍລິຫານຄຸ້ມຄອງ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ກໍຄືນະໂຍບາຍດ້ານຕ່າງໆ ທີ່ວາງອອກໃນແຕ່ລະໄລຍະ; ບຳລຸງຍົກລະດັບຄວາມຮູ້-ຄວາມສາມາດ ທາງດ້ານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ສະ ມາຊິກພັກ-ພະນັກງານ ຕາມແນວທາງ ແລະລະບຽບກົດໝາຍຂອງລັດ; ປັບປຸງກົງ ຈັກການຈັດຕັ້ງ ແລະອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່; ປັບປຸງ ແລະພັດທະນາພື້ນຖານໂຄງລ່າງ ເພື່ອຮັບໃຊ້ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ມີຄວາມວ່ອງໄວ, ທັງມີເອກະລັກສະເພາະ, ຫັນເປັນອຸດສາຫະກໍາ ແລະທັນສະໄໝ.
ຜູ້ແທນສົມບູນກອງປະຊຸມໃຫຍ່ ໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຊຸດທີ VI ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ນາງ ສຸດາພອນ ຄົມທະວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ວົງດາວອນ ວົງໄຊຍະລາດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ວັນນະເດດ ພົງສຸທິ ເປັນຄະນະ ທັງເປັນປະທານກວດກາ ຄະນະພັກຮາກຖານ, ສະຫາຍ ວິໄລ ແກ້ວປະເສີດ, ສະຫາຍ ແສງທອງ ລືຢ່າງ, ສະຫາຍ ນຸ້ຍ ວົງມະນີຈັນ ແລະສະຫາຍ ສົມໃຈ ຫົງສະຫວັນ ເປັນຄະນະພັກຮາກຖານ.
ຕອນທ້າຍ ສະຫາຍ ບຸນເລື່ອມ ມະນີວົງ, ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນໂອ້ລົມເພື່ອເປັນທິດຊີ້ນຳ, ເປັນແນວທາງ ໃຫ້ຄະນະ ພັກຮາກຖານຊຸດໃໝ່ ແລະຜູ້ແທນກອງປະຊຸມ ເພື່ອນຳໄປຈັດຕັ້ງປະຕິບັດ ໃຫ້ປະ ກົດຜົນເປັນຈິງ.