ໃນ 5 ປີຕໍ່ໜ້າ, ເມືອງດາກຈຶງ, ແຂວງເຊກອງ ຈະສຸມໃສ່ພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍຖືເອົາການຂະຫຍາຍທ່າແຮງບົ່ມຊ້ອນພາຍໃນເມືອງ.

ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໄລຍະປີ 2025-2029 ເມືອງດາກຈຶງ ຈະເອົາໃຈ ໃສ່ປັບ, ກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ ກໍຄື ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຍູ້ແຮງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນລະດັບ 5% ຕໍ່ປີ, ຮອດປີ 2029 ສູ້ຊົນໃຫ້ມູນຄ່າລວມຍອດຜົນຜະລິດຕະພັນ ໃຫ້ບັນລຸ 746,1 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 26,06 ລ້ານກີບ ຫລື ເທົ່າກັບ 1.180 ໂດລາສະຫະລັດ. ພ້ອມນີ້, ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 178,34 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 178,34 ຕື້ກີບ.
ຄຽງຄູ່ກັນນີ້, ຈະຊຸກຍູ້ສົ່ງເສີມການປູກ-ການລ້ຽງ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ໂດຍສະເພາະແມ່ນການປູກກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ, ເຂົ້າ, ໂສມ ແລະ ການປຸງແຕ່ງຜົນຜະລິດກະສິກໍາ ທີ່ເປັນເອກະລັກຂອງເຜົ່າ; ຊຸກຍູ້ການຂະຫຍາຍໂຮງງານອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ ໂດຍສະເພາະໂຮງງານປຸງແຕ່ງກາເຟ, ປຸງແຕ່ງໂສມ, ປຸງແຕ່ງຜົນຜະ ລິດກະສິກໍາອື່ນໆ; ສົ່ງເສີມຫັດຖະກໍາ-ຈັກສາານ, ຕໍ່າແຜ່ນແພຊົນ ເຜົ່າທີ່ເປັນເອກະລັກ ເພື່ອແປຮູບເປັນຜະລິດຕະພັນໃຫ້ຕິດພັນກັບການຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໃຫ້ມີສ່ວນຮ່ວມຫລາຍຂຶ້ນ; ຄົ້ນຄວ້າພັດທະນາລະບົບຖານຂໍ້ມູນ, ຄຸ້ມຄອງໂຮງງານປຸງແຕ່ງກະສິກໍາ ດ້ວຍລະບົບທັນສະ ໄໝ ແລະ ອື່ນໆ.


