ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII

Feb 27, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ກຸມພາ 2025 ນີ້ ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍມີສະຫາຍ ຄຳພັນ ສິດທິດຳພາ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຜູ້ແທນສົມບູນ 165 ສະຫາຍ, ຍິງ 24 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ສະຫາຍ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງວັງວຽງ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ (ປີ 2019-2024) ແລະ ການວາງທິດທາງຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (ປີ 2025-2029) ພ້ອມທັງການປະກອບຄຳເຫັນຈາກບັນດາ 4 ກຸ່ມວຽກ ແລະ ພາກສ່ວນຕ່າງໆພາຍໃນເມືອງ, ຮັບຟັງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງວັງວຽງ ຊຸດທີ VII,
ພ້ອມນີ້, ກອງປະຊຸມຈະໄດ້ໃຫ້ສິດຜູ້ແທນກອງປະຊຸມ ດໍາ ເນີນການປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ ພ້ອມທັງເລືອກເອົາຜູ້ແທນ ຂອງອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ.
ພິເສດຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄຳພັນ ສິດທິດຳພາ ເພື່ອເປັນທິດຊີ້ນຳໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນກອງປະຊຸມໃນການປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ໃຫ້ປະກົດຜົນເປັນຈິງ.