ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງລະຄອນເພັງ ຄັ້ງທີ IX

ກອປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງລະຄອນເພັງ ແຂວງສາລະວັນ ຄັ້ງທີ IX ໄຂຂຶ້ນໃນວັນທີ 27 ກຸມພາ 2025 ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ອະດີດພະນັກງານອາວຸໂສບໍານານ ແລະ ສະຫາຍຜູ້ແທນສົມບູນ 137 ສະຫາຍເຂົ້າຮ່ວມ.
ສະຫາຍ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລະຄອນເພັງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ ເປັນເຫດການ ການເມືອງທີ່ສໍາຄັນຂອງຂະບວນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ບົ່ງບອກເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ທັງເປັນການສືບຕໍ່ຈັດຕັ້ງປະຕິ ບັດແຜນຍຸດທະສາດທີ່ພັກວາງອອກ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ການປັບປຸງ-ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກ ແໜ້ນ ເນື່ອງຈາກວ່າຈະໄດ້ຕີລາຄາຜົນງານ ແລະ ໄຊຊະນະທີ່ອົງຄະນະພັກເມືອງຍາດມາໄດ້ ພ້ອມທັງຍົກໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດບັນດາມະຕິ ແລະ ກຳນົດວິທີການແກ້ໄຂໃນຕໍ່ໜ້າ ພ້ອມທັງຮຽກຮ້ອງໃຫ້ບັນ ດາຜູ້ເຂົ້າຮ່ວມ ຈົ່ງເປັນເຈົ້າການເຊີດຊູຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ມີຜົນສຳເລັດອັນຈົບງາມ.
ໃນກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຜົນງານ ໃນ 5 ປີຜ່ານມາ ເຊິ່ງໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ໄດ້ມີຜົນສຳເລັດ ແລະ ວຽກງານທີ່ພົ້ນເດັ່ນຫລາຍດ້ານ ໂດຍສະເພາະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ກາຍເປັນຂອງທົ່ວປວງຊົນຮອບດ້ານ ຕິດພັນກັບການປະຕິບັດວາລະແຫ່ງຊາດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງງໆ, ຈັດຕັ້ງຫັດແອບສິລະປະ-ຍຸດທະວິທີ ໃຫ້ກໍາລັງປະກອບອາວຸດ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 100%. ສຳລັບດ້ານເສດຖະ ກິດ ໄດ້ເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 6,7%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 5,016 ຕື້ກວ່າກີບ, ສະເລ່ຍລາຍຮັບໄດ້ 18 ລ້ານກວ່າກີບຕໍ່ຄົນຕໍ່ປີ, ສາມາດເກັບ ລາຍຮັບເຂົ້າງົບປະມານໄດ້ 29,7 ຕື້ກວ່າກີບ ລື່ນແຜນ 5 ປີຕໍ່ເນື່ອງ, ຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ວຍການຊຸກຍູ້ສົ່ງເສີມການຜະລິດເຂົ້າເປັນສິນຄ້າ ຕິດພັນກັບການສ້າງຜະລິດຕະພັນ ແລະ ກາໝາຍ, ສົ່ງເສີມຕົວແບບການລ້ຽງໄກ່, ການປູກພືດຕ່າງໆ ໃຫ້ ເປັນຂະບວນກວ້າງຂວາງ ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ, ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ເພີ່ມຂຶ້ນ. ນອກຈາກນັ້ນ, ກໍໄດ້ສຸມໃສ່ສົ່ງເສີມຜະລິດຕະພັນຫັດຖະກຳມູນເຊື້ອພູມປັນຍາ 4 ກຸ່ມບ້ານຄື: ການຕໍ່າແຜ່ນແພຍ້ອມຄາມ, ການສານສາດເຕີຍ-ຜື ແລະ ຈັກສານຫວາຍ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ. ສ່ວນດ້ານວັດທະນະທຳ-ສັງຄົມ ໄດ້ຖືເອົາວຽກງານການພັດທະນາ ຊັບພະຍາກອນມະນຸດ, ປັບປຸງຄຸນນະພາບການສຶກສາ, ຂະຫຍາຍຕາໜ່າງການສຶກສາທົ່ວເຖິງ, ສຸມໃສ່ປະຕິບັດຄາດໝາຍ ວຽກງານສາທາລະນະສຸກ, ອັນພົ້ນເດັ່ນ ໄດ້ປະກາດເມືອງລະຄອນເພັງ ເປັນເມືອງຊຸມຊົນເປັນເຈົ້າການ ຮັກສາຄວາມສະອາດ (ຊຈສ), ຊຸກຍູ້-ສົ່ງເສີມອະນຸລັກຮັກສາ ວັດທະນະທຳຂອງຊາດ, ຂອງທ້ອງຖິ່ນ, ສ້າງຄອບຄົວວັດທະນະທໍາໄດ້ 71%, ສ້າງບ້ານວັດທະນະທຳໄດ້ 86,6% ແລະ ຮັບຮອງເອົາຫັດຖະກຳຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ, ຮັບຮອງເອົາຮອຍພະບາດ ແລະ ພື້ນທີ່ວັດພະບາດລັດຕະນະລັງສີ ບ້ານນາດູ່ເກົ່າ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງແຂວງສາລະວັນ ແລະອື່ນໆມີຜົນສຳເລັດເປັນກ້າວໆ.
ກອງປະຊຸມຄັ້ງນີ້, ໄດ້ຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະໄດ້ຮ່າງບົດສໍາຫລວດການນຳພາລວມ ຂອງອົງຄະນະພັກເມືອງ ພ້ອມທັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຜົນງານ ຈຸດດີ, ຂໍ້ຄົງຄ້າງ ແລະ ຈະໄດ້ມີ ການປະກອບຄຳຄິດເຫັນ ຂອງບັນດາຄອບຄົວຕົວແບບ. ພ້ອມນີ້, ຈະໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງລະຄອນເພັງ ຊຸດໃໝ່ ແລະ ຄັດ ເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງສາລະວັນ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ




