ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ

ວັນທີ 26 ກຸມພາ 2025, ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານຂອງຕົນຂຶ້ນ, ທີຫ້ອງປະຊຸມໃຫຍ່ 403 A ສໍານັກງານໃຫຍ່ ລາວໂທລະຄົມ ມະນາຄົມ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາ ລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ປະ ທານກວດກາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ສະຫາຍ ຮອງເລຂາຄະນະພັກຮາກຖານ, ສະຫາຍຄະນະປະຈໍາພັກຮາກຖານ ລລທ, ມີບັນດາສະຫາຍ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ, ບັນດາສະຫາຍຄະນະໜ່ວຍພັກ ແລະ ຜູ້ແທນສົມບູນ ພາຍໃນຮາກຖານພັກ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາຕີລາຄາການຈັດຕັ້ງປະຕິ ບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ຂອງ ຄະນະ ພັກຮາກຖານ ລລທ ໃນໄລຍະ 5 ປີຜ່ານມາ (2019-2023) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2024-2029), ບົດສະຫຼຸບແຜນການພັດທະນາ ຂອງບໍລິສັດ. ພ້ອມທັງປະກອບຄຳຄິດຄຳເຫັນ ແລະ ເຫັນດີຮັບຮອງເອົາບົດລາຍງານການເມືອງ. ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ ດັ່ງນີ້: ຄະນະພັກຮາກຖານ, ສະມາຊິກພັກ ຕ້ອງຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ລລທ ໃຫ້ເລິກເຊິ່ງຫັນເປັນທິດທາງແຜນການ, ພ້ອມທັງນໍາພາ-ຊີ້ນໍາຈັດ ຕັ້ງປະຕິບັດໃຫ້ມີປະສິດທິຜົນ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງຄະນະໜ່ວຍພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ເອົາໃຈໃສ່ບຳລຸງ-ກໍ່ສ້າງສະມາຊິກພັກ, ພະນັກງານ ທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາສະເພາະ, ປັບປຸງລະບອບແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີການຕິດຕາມກວດກາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ,ຈັດກອງປະຊຸມສ່ອງແສງປະຈໍາເດືອນເປັນປົກກະຕິ, ມີການຕີລາຄາປະເມີນຜົນ ແລະ ລາຍງານສະພາບຢ່າງເປັນປົກກະຕິ, ເພີ່ມທະວີ ນຳພາ-ຊີ້ນຳ ອົງ ການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງແຕ່ລະອົງ ການຈັດຕັ້ງ, ສົ່ງເສີມໃຫ້ມີການປະກອບ ສ່ວນເຂົ້າຂະບວນການປັບປຸງກໍ່ສ້າງພັກ ຕິດຕາມກວດກາພັກ, ຊຸກຍູ້ສົ່ງເສີມຂະບວນແຂ່ງຂັນຮັກຊາດພັດທະນາໃຫ້ເຂັ້ມແຂງ ເພື່ອແນໃສ່ປຸກລະດົມຂະບວນການມະຫາຊົນ.
ພ້ອມນີ້, ຜູ້ແທນສົມບູນທີເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະ ໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ຊຸດໃໝ່ ບົນພື້ນຖານຫຼັກ ການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 12 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 09 ສະຫາຍ, ຍິງ 01 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງຄະນະພັກຮາກຖານ ລລທ ໄດ້ເລືອກຕັ້ງເອົາ
1. ສະຫາຍ ສຸພົນ ຈັນທະວີໄຊ ເປັນເລຂາຄະນະພັກຮາກຖານ
2. ສະຫາຍ ອາລຸນນະເດດ ບານຈິດເປັນຮອງເລຂາຄະນະພັກຮາກຖານ
3. ສະຫາຍ ລັດຖະປັນຍາ ຂຽວວົງພະຈັນ ເປັນຄະນະປະຈໍາພັກ, ພ້ອມທັງເປັນປະທານກວດກາພັກ
4. ສະຫາຍ ທ່ອນແກ້ວ ສີຫາວົງເປັນກໍາມະການ
5. ສະຫາຍ ເພັດສະຫວັນ ເຄີນວິໄລເປັນກໍາມະການ
6. ສະຫາຍ ສຸກັນ ຄູນປະເສີດເປັນກໍາມະການ
7. ສະຫາຍ ພຸດທະວົງ ຄຳມະວົງແກ້ວເປັນກໍາມະການ
8. ສະຫາຍ ນາງ ວິໄລວັນ ຍົດໄຊວິບູນເປັນກໍາມະການ
9. ສະຫາຍ ພອນສະຫວັນ ແພງສົມບັດເປັນກໍາມະການ
ກອງປະຊຸມຄັ້ງປະຖົມມະລຶກ ຍັງໄດ້ເອກະສັນເລືອກເອົາຮອງປະທານກວດກາພັກ ຈໍານວນ 02 ສະຫາຍ ຄື:
1. ສະຫາຍ ພອນສະຫວັນ ແພງສົມບັດ ເປັນຮອງປະທານກວດກາພັກ
2. ສະຫາຍ ນາງ ບາງທອງ ອິນທະພົນ ເປັນຮອງປະທານກວດກາພັກ
ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກຕສ, ມີຜູ້ລົງສະໝັກທັງໝົດ 142 ສະຫາຍ, ເລືອກໄດ້ຜູ້ແທນສົມບູນ 38ສະຫາຍ ແລະ ຜູ້ແທນສໍາຮອງ 11 ສະຫາຍ,
ຕອນທ້າຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ. ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະ ພາບການເຄື່ອນໄຫວວຽກງານຂອງຄະນະພັກຮາກຖານ ລລທ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກ ຖານ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະພັກຮາກຖານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ, ມະຕິກອງ ປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ຊຶ່ງສາມາດຍາດໄດ້ຜົນງານໃນຫຼາຍດ້ານ. ໃນການປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ, ເຊິ່ງສາມາດເຫັນໄດ້ ດ້ານດີ ແລະ ຜົນສໍາເລັດ ທີ່ຕ້ອງເສີມຂະຫຍາຍ, ທັງເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ. ທັງໝົດນັ້ນ, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການປັບປຸງ, ກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນວຽກງານກໍ່ສ້າງພັກ, ພະນັກງານ ເທື່ອລະກ້າວ.
ພ້ອມນີ້, ສະຫາຍ ໄດ້ເນັ້ນຕື່ມ ໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກ-ພະນັກງານ ຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກລະດັບຄວາມຮູ້-ຄວາມສາມາດ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ ແລະ ເຄື່ອນໄຫວ ສອດຄ່ອງຕາມພາລະບັດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ, ເດັດຂາດ ສະກັດກັ້ນ ການສວຍໃຊ້ສິດ, ໜ້າທີ່ເພື່ອສ້າງອໍານາດອິດທິພົນ ຫຼື ມີ ການແອບແຝງດ້ານຜົນປະໂຫຍດ ອັນຈະສ້າງຄວາມເສຍຫາຍ ຕໍ່ບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ກໍ່ຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງ ຄົມຕໍ່ພັກ-ລັດເຮົາ.





