ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນເຈົ້າການຄຸ້ມຄອງປົກປ້ອງຮັກສາເສັ້ນຊາຍແດນໃຫ້ມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ

Feb 27, 2025

ເປັນເຈົ້າການຄຸ້ມຄອງປົກປ້ອງຮັກສາເສັ້ນຊາຍແດນໃຫ້ມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ
ກອງຮ້ອຍທະຫານຊາຍແດນ 122 ແມ່ນຫົວໜ່ວຍກົມກອງໜຶ່ງ ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຂອງກອງບັນຊາການທະ ຫານແຂວງບໍ່ແກ້ວ ແລະ ການຊີ້ນໍາຮອບດ້ານຂອງກົມໃຫຍ່ເສນາ ທິການກອງທັບ ແລະ ກະຊວງປ້ອງກັນປະເທດ ມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ຕິດຕາມກຳແໜ້ນສະພາບການຮອບດ້ານຕາມບໍລິເວນຊາຍແດນທີ່ກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ, ປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໃກ້ຄຽງທີ່ຢູ່ເຊິ່ງໜ້າ ເພື່ອປະຕິບັດສົນທິສັນຍາ, ຂໍ້ຕົກລົງຕ່າງໆກ່ຽວກັບຊາຍແດນ, ການແລກປຽນຂໍ້ມູນຂ່າວສານ, ການລາດຕະ ເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆທີ່ເກີດຂຶ້ນບໍລິເວນຊາຍແດນຕາມການມອບໝາຍຂອງຂັ້ນເທິງ.
ສະຫາຍ ພັນຕີ ບຸນຄົງ ອິນທະວົງ ຫົວໜ້າການເມືອງ ກອງ ຮ້ອຍທະຫານຊາຍແດນ 122 ກອງບັນຊາການທະຫານແຂວງບໍ່ແກ້ວໃຫ້ຮູ້ວ່າ: ກົມກອງພວກເຮົາເປັນກົມກອງໜຶ່ງທີ່ຮັບຜິດ ຊອບດ່ານໜ້າໃນການເຄື່ອນໄຫວສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆລຽບຕາມຊາຍແດນເຊັ່ນ: ບັນຫາຢາເສບຕິດ, ຄົນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ອື່ນໆ ທັງເຄື່ອນ ໄຫວສະກັດກັ້ນອັດປ່ອງຂ້າມລອຍລຽບຕາມຊາຍແດນ ແລະ ປົບປົກຮັກສາຫຼັກໝາຍຊາຍແດນ 16 ຫຼັກໝາຍ, 60 ກິໂລແມັດ ໄດ້ປະຕິບັດຕາມແຜນການ ແລະ ທິດຊີ້ນໍາຂອງຂັ້ນເທິງ ກໍຄືກອງບັນຊາການທະຫານແຂວງບໍ່ແກ້ວ, ໄດ້ຮ່ວມລາດຕະເວນ 4 ຝ່າຍ ຈີນ-ລາວ-ມຽນມາ-ໄທເດືອນລະ 1 ຄັ້ງ ແລະ ລາດຕະ ເວນ 2 ຝ່າຍ, ລາວ-ຈີນອາທິດລະ 2 ຄັ້ງ, ນໍາໃຊ້ກຳລັງໝວດເຮືອໃນການ ເຂົ້າຮ່ວມລາດຕະເວນ. ສະນັ້ນ, ໃນໄລ ຍະຜ່ານມາ, ຄະນະພັກ-ຄະ ນະບັນຊາ ຈຶ່ງໄດ້ຖືເປັນສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ສາມາດຮັກສາໄດ້ທາງດ້ານຈຳນວນພົນ ບໍ່ມີພະນັກ ງານ-ນັກຮົບໂຕນປະລະໜ້າທີ່ ສະແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງກົມກອງໄດ້ເປັນຢ່າງດີ. ໄປຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຮຸ້ນສືບ ທອດປ່ຽນແທນ ທັງສ້າງພະນັກງານກັບທີ່ ແລະ ສົ່ງໄປຍົກລະ ດັບຢູ່ພາຍໃນ ແລະ ຕ່າງປະ ເທດ, ມີສະມາຊິກພັກ 38 ສະຫາຍ, ສະມາຊິກຊາວໜຸ່ມ 111 ສະຫາຍ, ໄດ້ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນ ທະຫານພາຍໃນກົມກອງສະເໜີເລື່ອນຊັ້ນ-ຂັ້ນນາຍ ຮ້ອຍ 6 ສະຫາຍ, ນາຍສິບ 20 ສະຫາຍ, ພັນທະຕໍ່ອາຊີບ 9 ສະຫາຍ, ສ່ວນວຽກງານຮັບປະກັນພະລາທິການແກ້ໄຂຊີວິດການເປັນຢູ່ ກົມກອງມີເນື້ອທີ່ການປູກຝັງຈໍານວນໜຶ່ງ ສາມາດຮັບປະ ກັນໄດ້ຊີວິດການເປັນຢູ່ຂອງກົມກອງໄດ້ 70%, ສັດລ້ຽງ ຮັບປະ ກັນໄດ້ 60%, ດ້ານການປັບປຸງກໍ່ສ້າງສະຖານທີ່ຢູ່ອາໃສຂອງກົມກອງມີເຮືອນນອນຖາວອນ 8 ຫຼັງ, ເຮືອນກິນ 2 ຫຼັງ, ຫ້ອງນໍ້າ 3 ຫຼັງ, ປ້ອມຖາວອນ 7 ຫຼັງ, ເຄິ່ງຖາວອນ 2 ຫຼັງ.
ສະຫາຍ ພັນຕີ ບຸນຄົງ ອິນທະວົງ ໃຫ້ຮູ້ຕື່ມວ່າ: ແຜນການໃນຕໍ່ໜ້າ ຈະສືບຕໍ່ສູ້ຊົນຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກອງບັນຊາການທະຫານແຂວງບໍ່ແກ້ວໃຫ້ໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ປະສານສົມທົບກັບເຈົ້າໜ້າທີ່ປ້ອງກັນຊາຍແດນຂອງບັນດາປະເທດໄກ້ຄຽງທີ່ຢູ່ເຊິ່ງໜ້າກັບຂອບເຂດຮັບຜິດຊອບຂອງກົມກອງ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຈຳກັດ ຫຼືຢຸດຕິຊົ່ວຄາວບັນດາການເຄື່ອນໄຫວທາງດ້ານການເມືອງ, ເສດຖະກິດ-ສັງຄົມທີ່ເຫັນວ່າຈະມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດຕາມການ ຕົກລົງຂອງຂັ້ນເທິງ, ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ເປັນປົກກະ ຕິຕໍ່ເນື່ອງ ເປັນຕົ້ນດ້ານການເມືອງ, ການທະຫານ, ພາລາທິການ -ເຕັກນິກ ແລະ ອົງການຈັດຕັ້ງມະຫາຊົນ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບທົ່ວກົມກອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນກົມກອງໃຫ້ທັນເວລາ, ສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດໃຫ້ໄດ້ຕາມຄາດໝາຍຂອງກົມກອງ ກໍຄືກົມໃຫຍ່ພະລາທິການກອງທັບວາງອອກ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊອກຫາແຫຼ່ງລາຍຮັບເຂົ້າກົມກອງ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃຫ້ດີຂຶ້ນເປັນກ້າວໆ, ສືບຕໍ່ປັບປຸງກົມກອງໃຫ້ເຂັ້ມ ແຂງໜັກແໜ້ນ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ, ປອດໄພ, ປອດຄະດີ, ກອງວັດທະນະທຳ, ຊາວ ໃນໜຸ່ມ 4 ບຸກໃຫ້ໄດ້ທາງດ້ານຈຳນວນ ແລະ ຄຸນນະພາບ, ສືບຕໍ່ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ແລະ ກຽມພ້ອມສູ້ຮົບທຸກສະຖານະການຢ່າງເປັນປົກກະຕິ.
ຂ່າວ: ເຄນໄຊ