ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດ​ສູນ​ຂ່າວກອ​ງ​ປະ​ຊຸມ​ສອງ​ສະ​ພາຈີນ​ປະ​ຈຳ 2025

Feb 27, 2025

ເປີດ​ສູນ​ຂ່າວກອ​ງ​ປະ​ຊຸມ​ສອງ​ສະ​ພາຈີນ​ປະ​ຈຳ 2025
ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແແຫ່ງຊາດ​ຈີນ​ ຊຸດ​ທີ 14 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມີ​ນາ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ຈະຈັດຂຶ້ນໃນ​ວັນ​ທີ 5 ມີ​ນາ2025 ເຊິ່ງທັງສອງກອງປະຊຸມຈະຈັດຂຶ້ນຢູ່ນະ​ຄອນ​ຫຼວງ​ປັກ​ກິ່ກິ, ສປ ຈີນ.
ວັນ​ທີ 27 ກຸມ​ພາ​ນີ້, ສູນ​ຂ່າວ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາດັ່ງ​ກກ່າວທີ່​ຕັ້ງ​ຢູ່​ພາກ​ເໜືອ​ຖະ​ໜົນ​​ສາງ​ອ່ານ​ຕາ​ເວັນ​ຕົກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ ເພື່ອ​ໃຫ້​ການບໍ​ລິ​ການ​​ແກ່​ນັກ​ຂ່າວ​ຈີນ ແລະ ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ລາຍ​ງານ​ຂ່າວ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້.
ໃນ​ນັ້ນ, ຫ້ອງ​ຖະ​ແຫຼງ​ຂ່າວ ແລະ ຫ້ອງ​ສຳ​ພາດຂ່າວໄດ້​ຈັດ​ວາງ​ສຳ​ເລັດ​ແລ້ວ, ໃນ​ໄລ​ຍະ​ກອ​ງ​ປະ​ຊຸມ, ຈະ​ຈັດ​ການ​ສຳ​ພາດ​ຂ່າວ​ຕ່າງໆ​ຢູ່​ບ່ອນ​ນີ້. ປັດ​ຈຸ​ບັນ, ມີ​ນັກ​ຂ່າວຈີນ ແລະ ຕ່າງ​ປະ​ເທດ​ຫຼາຍກວ່າ 3.000 ຄົນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ການ​ລາຍ​ງານ​ຂ່າວ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້.
ທີ່ມາ: CMG