ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກະກຽມຄວາມພ້ອມການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 75 ປີ

Feb 27, 2025

ວັນທີ 27 ກຸມພາ 2025 ທີ່ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 ຫາ 13 ສິງຫາ 2025) ຕິດພັນກັບຂະ ບວນການຕ່າງໆຂອງພັກ ຂອງຊາດ ແລະ ອົງການຈັດຕັ້ງມະ ຫາຊົນ ໂດຍເປັນປະ ທານ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳ ມະການກົມການເມືອງສູນກາງພັກປະ ທານ ສນຊ.
ກອງປະຊຸມໄດ້ຜ່ານຮ່າງຂໍ້ຕົກລົງແບ່ງຄະນະຮັບຜິດຊອບ ແລະ ແຜນການກະ ກຽມ ແລະ ດໍາເນີນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ສະເໜີໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານ ສນຊ ຈາກນັ້ນ ທ່ານປະທານກໍ່ໄດ້ມີຄໍາຖາມເຈາະຈີ້ມໃນການປະກອບຄໍາເຫັນ ແລະ ທ່ານປະທານກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງເປັນຄະນະຮັບຜິດຊອບ ຈົ່ງໃຫ້ການຮ່ວມມືປະກອບສ່ວນຕໍ່ກິດຈະກໍາຕ່າງໆ ເນື່ອງໃນໂອ ກາດສະເຫຼີມສະຫຼອງ 75 ປີຂອງແນວລາວສ້າງຊາດ ຕິດພັນກັບຂະບວນການຂອງ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດ-ຂອງພັກ ເພື່ອໃຫ້ເປັນຂະບວນການຟົດຟື້ນ ປຸມລຸມຮ່ວມແຮງຮ່ວມໃຈກັນເຮັດສໍາເລັດຢ່າງຈົບງາມ.
ຂ່າວ+ພາບ: ລີ