ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດ ເມືອງປາກອູ ຂະຫຍາຍຕົວສະເລ່ຍ 3,61% ຕໍ່ປີ

Feb 27, 2025

ໃນໂອກາດຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກອູ ຄັ້ງທີ IX ໃນວັນທີ່ 27 ກຸມພາ 2025 ນີ້ ສະຫາຍ ສີມອນ ສະເຫຼີມສັກ, ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງປາກອູ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາ ໄດ້ດຳເນີນຕາມ 6 ເປົ້າໝາຍ ຄື: ເປົ້າໝາຍທີ 1 ເສດຖະກິດເຕີບໂຕຢ່າງມີຄຸນນະພາບ, ໝັ້ນທ່ຽງ ແລະຍືນຍົງ, ເປົ້າໝາຍທີ 2 ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງ ການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະນໍາໃຊ້ວິທະຍາສາດ ເຕັກໂນໂລຊີເພື່ອຍົກສູງປະສິດທິພາບ ແລະສ້າງມູນຄ່າເພີ່ມການຜະລິດ ແລະການບໍລິການ, ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ, ເປົ້າໝາຍທີ 4 ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດູນ, ກຽມພ້ອມຮັບມື ແລະໂຕ້ຕອບຄວາມສ່ຽງຈາກໄພພິບັດທໍາມະຊາດ, ເປົ້າໝາຍທີ 5 ການຮ່ວມມື, ເຊື່ອມໂຍງ, ເຊື່ອມຈອດພາຍໃນເມືອງ ກັບພາກພື້ນ-ສາກົນໃຫ້ມີຄວາມເຂັ້ມແຂງ ແລະທັນ ສະໄໝ ແລະເປົ້າໝາຍທີ 6 ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແລະສັງຄົມ ໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດ ຕາມທິດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.
ສະເພາະເປົ້າໝາຍທີ່ 1 ເຫັນວ່າ: ເສດຖະກິດຂອງເມືອງ ຂະຫຍາຍຕົວໃນລະ ດັບສະເລ່ຍ 3,61% ຕໍ່ປີ, ລວມຍອດມູນຄ່າຜົນຜະລິດພາຍໃນ 5 ປີ ຜ່ານມາ ບັນລຸສະເລ່ຍ 624 ຕື້ກວ່າກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໄດ້ 22 ລ້ານກ່ວາກີບ ຕໍ່ຄົນຕໍ່ປີ.
ໂດຍລວມແລ້ວ ຜົນສໍາເລັດທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2020-2024 ເຫັນວ່າ: ພື້ນຖານໂຄງລ່າງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ, ການບໍລິການ-ການຂົນສົ່ງ ມີຄວາມສະດວກ, ວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນຫຼາຍບ້ານ, ຫຼາຍຄອບຄົວໄດ້ຮັບການຍົກລະ ດັບດີຂື້ນກວ່າເກົ່າ, ບັນດາຄາດໝາຍ ແລະຕົວຊີ້ວັດແຕ່ລະດ້ານ ຂອງຫຼາຍຂະແໜງການ ບັນລຸຜົນສໍາເລັດ ຕາມຄາດໝາຍ ແລະລື່ນຄາດໝາຍ, ກົງຈັກການຈັດຕັ້ງຂອງສໍານັກງານ, ຫ້ອງການ ໄດ້ຮັບການປັບປຸງ ໄປຕາມທິດກະ ທັດຫັດ, ມີຄຸນະພາບ ຊຶ່ງສາມາດຈັດຕັ້ງປະຕິບັດ ບົດບາດໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ຢ່າງຕັ້ງໜ້າ ແລະມີຜົນສໍາເລັດ.
ຂ່າວ: ອາພຸເດດ ບຸບຜາ
May be an image of 1 person and text