ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫີນບູນ ເປັນເຈົ້າພາບຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XVIII

Feb 27, 2025

ວັນທີ 26 ກຸມພາ 2024 ທີ່ເດີ່ນໂຮງຮຽນ ມໍສ ຫີນບູນໃຕ້ ເມືອງຫີນບູນໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XVIII ທົ່ວແຂວງຄໍາມ່ວນ. ມີ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ພ້ອມ ດ້ວຍ ຄະນະນຳ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ຕົວເມືອງໃນທົ່ວແຂວງເຂົ້າຮ່ວມ.
ຈຸດປະສົງເພື່ອສຶກສາອົບຮົມ, ກໍ່ສ້າງເຍົາວະຊົນ ຮຸ່ນຄົນສືບ ທອດຂອງພັກຢ່າງຮອບດ້ານ ໂດຍການສ້າງເງື່ອນໄຂໃນການປູກ ຈິດສຳນຶກໃຫ້ເຂົາເຈົ້າ ຮູ້ຈັກໃນການຮໍ່າຮຽນ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ, ຮູ້ຈັກອະນຸລັກ ແລະ ຮັກ ສາຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນ.
ນອກນີ້ ຍັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນ, ອານຸຊົນ ໄດ້ຮູ້ຮັກສາມູນເຊື້ອປະຫວັດສາດຂອງຊາດ, ມູນເຊື້ອດັ່ງກ່າງເຫັນໄດ້ຈາກຄໍາສັ່ງສອນຂອງທ່ານຜູ້ນໍາ ທີ່ວ່າ 6 ຮັກ 3 ຊັງ ແລະ ເນື້ອ ໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ, ເຂົ້າໃຈເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ໃຫ້ຍືນຍົງຄົງຕົວຢູ່ກັບຄົນເຮົາຕະຫຼອດໄປ.
ງານພົບປະຄັ້ງນີ້ ມີຫລາຍກິດຈະກຳ ທັງການພົບປະ, ແລກ ປ່ຽນບົດຮຽນ, ການສະແດງສີລະປະ, ສະແດງລະຄອນ, ຮ້ອງ ເພງ, ການແຂ່ງຂັນໂຄສົກສຽງດີ, ແຂ່ງຂັນຟ້ອນສີລະປະ, ການໂຊຊຸດຊົນເຜົ່າ 10 ຕົວເມືອງ, ແຂ່ງຂັນທັກສະໃນການເວົ້າ, ລໍາມວຍລາຍລາວ, ເປົ່າແຄນ ແລະ ກິດຈະກຳອື່ນໆ. ເຊິ່ງງານດັ່ງກ່າວຈະໄດ້ດໍາເນີນໄປຮອດວັນທີ 28 ກຸມພາ 2025.
ທີ່ມາ: khammouane News