ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

6 ປະເທດ ຮ່ວມກັນເປີດ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025”.

Feb 27, 2025

ລະຫວ່າງວັນທີ 25-26 ກຸມພານີ້, ສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຈັດກອງປະຊຸມໂຕະມົນເພື່ອວິເຄາະສະພາບການກໍ່ອາຊະຍາກຳຢູ່ພາກພື້ນແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ ຄັ້ງທີ 2 ຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ.
ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະພາບກັນວ່າ: ການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ລົງເລິກການ ປະຕິບັດກົດໝາຍຮ່ວມກັນ ແລະ ຍົກສູງຄວາມສາມາດດ້ານການປະຕິບັດກົດໝາຍ ແມ່ນມາດຕະການທີ່ສຳຄັນໃນການຮັບມືກັບອາຊະຍາກຳຂ້າມຊາດ.
ກອງປະຊຸມໂຕະມົນຄັ້ງນີ້ ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະ ພາບກັນກ່ຽວກັບການຮ່ວມມືລະຫວ່າງອົງການປະຕິບັດກົດ ໝາຍຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕື່ມອີກ ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຮ່ວມກັນປາບປາມອາຊະ ຍາກຳຂ້າມຊາດໃນອະນາຄົດ. ຝ່າຍຕ່າງໆ ຈະສືບຕໍ່ເພີ່ມທະວີການ ແລກປ່ຽນຂ່າວລັບ ແລະ ການເຄື່ອນໄຫວປະຕິບັດກົດໝາຍຮ່ວມ ເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງແລະສະຖຽນ ລະພາບຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ໃນໄລຍະກອງປະຊຸມຄັ້ງນີ້, ສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ແຕ່ງຕັ້ງຜູ້ຕາງໜ້າພາກສ່ວນປະຕິບັດກົດໝາຍຈາກ 6 ປະເທດ ຄື: ຈີນ, ລາວ, ໄທ, ກຳປູເຈຍ, ມຽນມາ ແລະຫວຽດນາມຮ່ວມກັນເປີດ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025”.
ທີ່ມາ: CMG