ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຄົບຮອບ 30 ປີ (27 ກຸມພາ 1995 – 27 ກຸມພາ 2025) ຈັດຂຶ້ນທີ່ສະໂມສອນຂອງ ສມປຊ ໃນວັນທີ 27 ກຸມພານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ.
ໃນພິທີ, ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ ໄດ້ຂຶ້ນຜ່ານບົດ ສັນລະເສີນມູນເຊື້ອ 30 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງ ສມປຊ ຊຶ່ງໄດ້ໃຫ້ຮູ້ເຖິງການກຳເນີດ ແລະ ເຕີບໃຫຍ່ໃນແຕ່ລະໄລຍະ; ພ້ອມທັງໃຫ້ຮູ້ບາງຜົນງານ 30 ປີ ໃນການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານ ກໍມີຫຼາຍອັນພົ້ນເດັ່ນ ທັງດ້ານການເມືອງ-ແນວຄິດ, ການພັດທະນາກົງຈັກການຈັດຕັ້ງ ແລະ ພະນັກງານ, ການຈັດຕັ້ງປະຕິບັດແຜນພັດທະນາຫຼັກສູດການຮຽນ-ການສອນ ຊຶ່ງນັບແຕ່ປີ 1995 ມາເຖິງປັດຈຸບັນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສ້າງ ແລະ ມີການປັບປຸງຫຼັກສູດໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນແຕ່ລະໄລຍະ, ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນຕະຫຼອດໄລຍະ 30 ປີທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະບົບຕ່າງໆ ສັງລວມໂດຍສັງເຂບ ໄດ້ຄື: ຝຶກອົບຮົມໄລຍະສັ້ນ ຕາມຫົວຂໍ້ສະເພາະໄດ້ທັງໝົດ 699 ຄົນ ຍິງ 88 ຄົນ; ບໍາລຸງທິດສະດີການເມືອງຂັ້ນກາງໄດ້ 236 ທ່ານ ຍິງ 95 ທ່ານ; ທິດສະດີຂັ້ນສູງ 5 ເດືອນ ສຳເລັດ ຈຳນວນ 31 ຊຸດ ມີຜູ້ເຂົ້າຮຽນ 2,033 ທ່ານ ຍິງ 311 ທ່ານ; ບຳລຸງທິດສະດີການເມືອງຂັ້ນສູງລະບົບ 9 ເດືອນຈຳນວນ 7 ຊຸດມີຜູ້ເຂົ້າຮຽນ 386 ທ່ານ ຍິງ 92 ທ່ານ.
ພ້ອມນີ້, ໄດ້ສໍາເລັດລະບົບອະນຸປະລິນຍາ 2 ປີຈໍານວນ 19 ຊຸດມີຜູ້ເຂົ້າຮຽນ 1,166 ທ່ານ ຍິງ 251 ທ່ານ; ລະບົບປະລິນຍາຕີ 4 ປີ ຈຳນວນ 25 ຊຸດມີ ຜູ້ເຂົ້າຮຽນ 1,998 ທ່ານ ຍິງ 382 ທ່ານ; ລະບົບປະລິນຍາຕີເຊື່ອມຕໍ່ 2 ປີ 13 ຊຸດ ມີຜູ້ເຂົ້າຮຽນ 384 ທ່ານ ຍິງ 97 ທ່ານ; ລະບົບປະລິນຍາຕີຮັບໃຊ້ການນຳ 6 ຊຸດ ມີ ຜູ້ເຂົ້າຮຽນ 143 ທ່ານ ຍິງ 19 ທ່ານ; ລະບົບປະລິນຍາໂທໄດ້ 20 ຊຸດ ມີຜູ້ເຂົ້າຮຽນ 1,350 ທ່ານ ຍິງ 291 ທ່ານ; ລະບົບປະລິນຍາໂທຮັບໃຊ້ການນຳ 6 ຊຸດ ມີຜູ້ເຂົ້າຮຽນ 122 ທ່າ, ຍິງ 20 ທ່ານ.
ນອກນີ້, ສມປຊ ໄດ້ປັບປຸງຫຼັກສູດ ແລະ ສ້າງກົນໄກເຄື່ອນ ໄຫວປະສານກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງທົ່ວປະເທດ ດໍາເນີນການຮຽນ-ການສອນໃນລະບົບຝຶກອົບຮົມ, ລະບົບບຳລຸງ, ລະບົບກໍ່ສ້າງຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງຕ່າງໆ; ມາຮອດປີ 2025 ຈັດຕັ້ງໄດ້ 672 ຊຸດ; ປະສານສົມທົບກັບບັນດາກະຊວງ ແລະອົງການຈັດຕັ້ງພັກ-ລັດ ໄດ້ເອົາໃຈໃສ່ຍົກລະ ດັບທາງດ້ານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ແນວທາງການເມືອງຂອງພັກ ໃຫ້ພະນັກງານ ສະມາຊິກພັກຂອງບັນດາກະຊວງອົງການ ໄດ້ຈໍານວນຫຼາຍສົມ ຄວນ: ສາມາດຈັດຕັ້ງຝຶກອົບຮົມລະບົບ 45 ໄດ້ທັງໝົດ 278 ຊຸດ, ມີຜູ້ເຂົ້າເຝິກອົບຮົມທັງໝົດ 18.478 ທ່ານ ຍິງ 6,774 ທ່ານ, ຂັ້ນຕົ້ນ ລະບົບ 3 ເດືອນໄດ້ 20 ຊຸດມີ ຜູ້ເຂົ້າເຝິກອົບຮົມ 787 ທ່ານ ຍິງ 357 ທ່ານ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸດລິດ ກໄດ້ຕາງໜ້າສູນ ກາງພັກ ຂສະແດງຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວຂອງ ສມປຊ ແລະ ໄດ້ເນັ້ນບາງວຽກງານສຳຄັນ ເຊັ່ນ:
ໜຶ່ງ, ປ່ຽນແປງໃໝ່ຢ່າງເລິກເຊິ່ງຮອບດ້ານວຽກງານກໍ່ສ້າງ, ບໍາລຸງ ພະນັກງານ ຕາມທິດນໍາທີ່ວ່າ “ເອົາຜູ້ຮຽນເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູ-ອາຈານເປັນແຮງພັກດັນ” ຊຶ່ງຕ້ອງເດັດດ່ຽວແກ້ໄຂສະພາບການຄ້ານຮຽນ, ບໍ່ຢາກຮຽນທິດສະດີ, ຮຽນແບບຜິວເຜີນ, ພໍແຕ່ແລ້ວ; ໃຫ້ຄວາມສໍາຄັນວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ຍົກລະດັບຄຸນສົມບັດສິນທໍາປະຕິວັດ, ອຸດົມການ, ລະດັບ, ຄວາມສາມາດການນໍາພາ-ຄຸ້ມຄອງ ໃຫ້ແກ່ຜູ້ຮຽນ; ເອົາທິດສະດີຕິດພັນກັບພຶດຕິກຳ, ການບໍາລຸງ, ກໍ່ສ້າງພະນັກງານ ຢູ່ສະຖາບັນ ຕ້ອງຕິດພັນກັບການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ສ້າງໃຫ້ໄດ້ແຫຼ່ງ ພະນັກງານການນໍາພາ, ຄຸ້ມຄອງທີ່ມີຄວາມຮູ້ຄວາມສາມາດ.
ສອງ, ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ວຽກງານຄົ້ນຄວ້າວິທະຍສາດ, ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງ ຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ. ທິດສະດີ ມີບົດບາດສໍາຄັນທີ່ສຸດ ຕໍ່ກັບການພັດທະນາໃນຍຸກສະໄໝໃໝ່ ຊຶ່ງຕ້ອງຮັບຮູ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການສູງສຸດ ຂອງການຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າທິດສະດີ ທີ່ສະຖາບັນຕ້ອງບັນລຸ ແມ່ນປັບປຸງບັນດາສະຖາບັນ, ໂຮງຮຽນການເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ ເພື່ອໃຫ້ສາມາດນໍາເຂົ້າສູ່ການນຳໃຊ້ ຢ່າງມີປະສິດທິພາບ, ປະສິດທິຜົນ ຢ່າງແທ້ຈິງ ແລະ ທັນຍຸກທັນສະໄໝ.
ສາມ, ຕ້ອງເດັດດ່ຽວສ້າງສະຖາບັນໃຫ້ກາຍເປັນຕົວແບບໃນວຽກງານສ້າງ ຕັ້ງພັກ, ເປັນຕົວແບບໃນການຮັກສາລະບຽບວິໄນຂອງໂຮງຮຽນ, ລະບຽບວິໄນໃນການຮຽນ “ສອນດີສອນເກັ່ງ, ນັກຮຽນເກັ່ງວິໄນດີ”, ສ້າງໃຫ້ສະຖາບັນກາຍເປັນບ່ອນ “ບົ່ມເຜາະອຸດົມການອັນດີງາມຂອງນັກກອມມູນິດ, ເປັນເບົ້າຫຼອມເຫຼັກກ້າຂອງພັກ”.
ສີ່, ສໍາລັບບັນດາສະຫາຍນັກສຶກສາ ທີ່ມາຮຽນຢູ່ສະຖາບັນ ຕ້ອງເຊື່ອມຊຶມ ແລະ ໜ້າທີ່ການເມືອງຂອງພວກສະຫາຍ, ພວກສະຫາຍຕ້ອງຮັບຮູ້ໄດ້ ເຖິງຄວາມຮັບຜິດຊອບ ແລະ ໜ້າທີ່ ຂອງຕົນເອງ ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ; ຮູ້ໄດ້ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດ, ການກໍ່ ສ້າງພັກ ໃຫ້ປອດໃສເຂັ້ມແຂງ ໜັກ ແໜ້ນ, ສ້າງໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ສຸກສະຫວັນ, ພາບ: ສມປຊ






