ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈຳປາສັກ ຢ້ຽມຄອບຄົວຕໍ່າຫູກ-​ມັດໝີ່ ຢູ່ບ້ານ​ປະທຸມພອນ​

Feb 27, 2025

ວັນທີ 27 ກຸມພາ​ 2025, ທ່ານ​ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ ເລຂາຄະນະບໍລິຫານານພັກແຂວງ, ເຈົ້າ ແຂວງຈຳປາສັກ​ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມຄອບ ຄົວຕໍ່າຫູກ-​ມັດໝີ່​ ຢູ່ບ້ານ​ປະທຸມພອນ​ ເມືອງ​ປະທຸມພອນ​
ໂອກາດນີ້,​ ແມ່​ ນວນສະຫວັນ​ ຄອບຄົວທີ່ຕໍ່າຫູກ​-​ມັດໝີ່​ ໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາ​ ຂອງການຕໍ່າຫູກ-​ມັດໝີ່​ຢູ່ບ້ານ​ປະທຸມພອນ​ ແມ່ນເປັນອາຊີບດັ້ງເດີມຂອງຊາວ ບ້ານປະທຸມພອນ ແລະ​ ມີມາແຕ່ດົນນານແລ້ວ, ແຕ່ກ່ອນພາຍຫຼັງສໍາເລັດການເກັບກ່ຽວເຂົ້ານາປີ​ ແລ້ວ ປະຊາຊົນບ້ານເພຍໄຟ ກໍຕໍ່າຫູກທຸກຄອບຄົວ ເພາະວ່າ​ບໍ່ໄດ້ໄປເຮັດວຽກຢູ່ບ່ອນອື່ນ,​ ແຕ່ກ່ອນແມ່ນຂຶ້ນຊື່ລືນາມ​ ແລະ​ ເອີ້ນວ່າ ສິ້ນໄໝ ເພຍໄຟ.​ນອກນີ້​ ກໍມີການປູກມອນ​-​ລ້ຽງໝ້ອນ ຕື່ມອີກ.​
ແຕ່ປັດຈຸບັນນີ້ ການຕໍ່າຫູກ -​ ມັດໝີ່​ ຂອງຊາວບ້ານປະທຸມພອນແມ່ນມີຄວາມຫຍຸ້ງຍາກ,​ ເຖິງແມ່ນວ່າສິ້ນໝີ່ທີ່ຕໍ່າຢູ່ປະທຸມພອນ​ ລາຄາ​ດີ, ມີຄຸນນະພາບ,​ ມີຕະຫຼາດ​ຮອງຮັບ​ ແຕ່​ການຈັດ ຕັ້ງ​ປະຕິບັດ​ຕົວຈິງ​ ມີຄວາມຂໍ້ຫຍຸ້ງຍາກ​ຫຼາຍຢ່າງ,​ ເພາະວ່າ​ການຕໍ່າຫູກ-​ມັດໝີ່​ ເປັນວຽກທີ່ລະອຽດອ່ອນ,​ ພິຖີພິຖັນ,​ ຕ້ອງມີຄວາມຂະຫຍັນອົດທົນ ແລະ​ ໃຊ້ເວລາດົນ,​ ການຖ່າຍທອດບົດ ຮຽນໃຫ້ກັນ ແມ່ນຖ່າຍທອດຈາກຮຸ່ນນີ້ ໄປສູ່ຮຸ່ນອື່ນ ແລະ​ ຖ່າຍ ທອດດ້ວຍການບອກກ່າວ​ ບໍ່ມີຕໍາລາສິດສອນ,​ ຍ້ອນແນວນັ້ນ,​ ຖ້າບໍ່ມີ​ແວວ​ ຫຼື​ ພອນສະຫວັນ​ ແລະ​ ບໍ່ມີຄວາມມັກຮັກດ້ານນີ້ ຈະບໍ່ສາມາດເຮັດໄດ້.​ ສິ່ງດັ່ງກ່າວນີ້ ເຮັດໃຫ້ການຕໍ່າຫູກ-​ມັດໝີ່​ ຢູ່ບ້ານ​ປະທຸມພອນ​ ຂາດແຮງງານ,​ ຈໍານວນກີ່ທີ່ຕໍ່າຫູກ​ ກໍຫຼຸດລົງ,​ ໃນປີ​ 2024​ ມີ​ຜູ້ຕໍ່າຫູກ 8​ ກີ່,​ ຮອດປີ​ 2025​ ມີ​ແຕ່ຜູ້ຕໍ່າຫູກພຽງ 5 ກີ່,​ ກີ່​ໜຶ່ງ​ ຕໍ່າສິ້ນໄໝແຕ່ລະງວດ ລົງທຶນ​ 18 ລ້ານກວ່າກີບ,​ ຜະລິດ​ສິ້ນ​ໄໝ​ໄດ້ 20​ ກວ່າຜືນ,​ ຂາຍຜືນລະ 1, 8​ ລ້ານກີບ​, ໄລຍະເວລາໃນການຜະລິດ ໃຊ້ເວລາເປັນເດືອນ​ ຈິ່ງສາມາດຕໍ່າໄດ້ 1 ຜືນ.​ ນອກນີ້,​ ວັດຖຸ​ດິບ​ ໂດຍສະເພາະ​ແມ່ນໝີ່ທີ່ນໍາມາມັດ ແລະ​ ຕໍ່າຢູ່ບ້ານປະທູມພອນໃນປັດຈຸບັດ ແມ່ນນໍາມາຈາກບ່ອນອື່ນ​ ເຮັດໃຫ້ຕົ້ນທຶນສູງຂຶ້ນຕື່ມອີກ.
ທ່ານ​ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ​ ໄດ້ມີຄໍາເຫັນແນະນໍາ​ໃຫ້ສືບຕໍ່ຮັກສາອາຊີບຫັດຖະກໍາຕໍ່າແຜ່ນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນໃນທ້ອງຖິ່ນໃຫ້ແຜ່ຂະຫຍາຍກວ້າງອອກ ໂດຍມອບໃຫ້ສົມກັນ ລະຫວ່າງ​ ພະແນກ​ຖະແຫຼງ​ຂ່າວ,​ ວັດທະ ນະທຳ​ ແລະ​ ທ່ອງທ່ຽວ​ແຂວງ​, ພະແນກອຸດສາຫະກໍາ​ ແລະ​ ການ ຄ້າ​ແຂວງ,​ ສ​ະຫະພັນແມ່ຍິງແຂວງ,​ ຄະນະພັກ​-​ອົງການປົກຄອງເມືອງ,​ ສະມາຄົມ​ຫັດຖະກໍາ​ແຂວງ​ ແລະ​ ຂະແໜງການທີ່ກ່ຽວ ຂ້ອງ ເພື່ອຊອກຊ່ອງທາງໃນການຂະຫຍາຍພື້ນ ຖານການຜະລິດ​ ກໍຄືການຕໍ່າຫູກ-​ມັດໝີ່​ ຂອງຊາວບ້ານ ໃຫ້ກວ້າງອອກ​​ ຕິດພັນກັບການສ້າງວຽກເຮັດງານທໍາ ແລະ​ ການທ່ອງທ່ຽວ ເພື່ອສ້າງລາຍຮັບແກ່ຄອບຄົວ​
ຂ່າວ​-ພາບ​: ທູນທອງໃຈ