ຕອນເຊົ້າວັນທີ 27 ກຸມພາ 2025, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບວຽກຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ລະຫວ່າງ ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ແລະ ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງ.
ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ໄດ້ຜ່ານບົດ ບັນທຶກ ມອບ-ຮັບ ວຽກຊີ້ນໍາຂົງເຂດເສດຖະກິດ ໂດຍໄດ້ຍົກໃຫ້ເຫັນ ຜົນສໍາເລັດການຊີ້ນໍາຂົງເຂດເສດຖະກິດ ໃນໄລຍະ 5 ປີຜ່ານມາ (2020-2024) ແລະ ບາງວຽກງານຈຳນວນໜຶ່ງທີ່ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມ 5 ປີຂອງເມືອງ (2025-2029) ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ການນຳພາປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຊຸກຍູ້ບັນດາຂະແໜງການຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ. ເຊິ່ງໄລຍະຜ່ານມາໄດ້ນໍາພາປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງເມືອງ ແລະ ປະຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ ໃນລະດັບ 6,5% ການຈັດເກັບລາຍຮັບງົບປະມານ 5 ປີ ປະຕິບັດໄດ້ 36,17 ຕື້ກີບ, ເທົ່າກັບ 117,47% ຂອງແຜນການ.
ດ້ານອຸດສາຫະກຳ-ການຄ້າ ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຕິບັດໄດ້ 20,94 ຕື້ກີບ, ສະເລ່ຍເພີ່ມຂື້ນ 90,14% ຕໍ່ປີ. ດ້ານກະສິກໍາ ໄດ້ຊຸກຍູ້ການຜະລິດເຂົ້າໄດ້ທັງໝົດ 31,300 ກວ່າໂຕນ, ທຽບໃສ່ແຜນປະຕິບັດໄດ້ 95,14%, ສະເລ່ຍໃສ່ຫົວຄົນໜື່ງໄດ້ 761 ກິໂລ/ຄົນ. ການປູກພືດສະບຽງ ອາຫານ ສາມາດຜະລິດໄດ້ 800 ກວ່າເຮັກຕາ, ຜົນຜະລິດ 6,500 ກວ່າໂຕນ.
ນໍາພາແກ້ໄຂຄວາມທຸກຍາກຕາມດໍາລັດ 348/ລບ ເຮັດໃຫ້ຄອບຄົວພົ້ນທຸກບັນລຸ 8,000 ກວ່າຄອບຄົວ ກວມເອົາ 95 ສ່ວນຮ້ອຍ, ຄອບຄົວບັນລຸມາດຖານການພັດທະນາ 7,600 ກວ່າຄົບຄົວ ກວມເອົາ 90%, ການສ້າງບ້ານພັດທະນາບັນລຸ 34 ບ້ານ ກວມເອົາ 72%. ດ້ານການລົງທຶນ ສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 201 ຕື້ກີບ ໃນນັ້ນ; ການລົງທຶນຂອງລັດ ກວມເອົາ 4,64% ແລະ ອື່ນໆ.
ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ແລະ ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງ ໄດ້ເຊັນບົດບັນທຶກ ມອບ -ຮັບ ວຽກຊີ້ນໍາຂົງເຂດເສດຖະກິດ ຢ່າງເປັນທາງການ.
ຂ່າວ: ແກ່ນທ້າວ.




