ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງສຸຂຸມາ ຍັງເຫລືອພຽງ 1 ບ້ານທີ່ຍັງທຸກຍາກ

Feb 28, 2025

ທ່ານ ສົມເພັດ ບຸດສະດີ ກໍາມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງ,ເຈົ້າເມືອງສຸຂຸມາ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ 2020 – 2024, ເສດຖະກິດເມືອງສຸຂຸມາຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 6,9% ຕໍ່ປ ແລະ ມີຄວາມໝັ້ນທ່ຽງໂດຍພື້ນຖານ ລວມຍອດຜະລິດຕະພັນພາຍໃນຂອງເມືອງ ບັນລຸໄດ້ 3.446,89 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 10,9 ລ້ານກີບ ຫຼື ເທົ່າກັບ 700 ໂດລາສະຫັດຕໍ່ຄົນຕໍ່ປີ ເຮັດໃຫ້ໂຄງປະກອບເສດຖະກິດມີການປ່ຽນແປງຕາມທິດທີ່ຕັ້ງໜ້າ. ອັນພົ້ນເດັ່ນ, ການຈັດເກັບລາຍຮັບເຂົ້າງົບປະມານພູດຂອງເມືອງ ບັນລຸໄດ້ 22,71 ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ ລື່ນແຜນ 6,82%, ການຄຸ້ມຄອງລາຍຈ່າຍໄດ້ 54,03 ຕື້ກີບ ຕາມແຜນສະພາອະນຸມັດ 100%.
ສ່ວນການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດຳລັດ 348/ລບເຮັດໃຫ້ຄອບຄົວພົ້ນທຸກ ມີທັງໝົດ 8.552 ຄອບຄົວ, ກວມ 89,63% ແລະ ບ້ານພົ້ນທຸກ 55 ບ້ານ, ກວມ 98,21%, ບ້ານທຸກຍາກຍັງເຫຼືອ 1 ບ້ານ ກວມ 1,79%, ບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍ 2 ບ້ານ, ມີກຸ່ມການຜະລິດທັງໝົດ 11 ກຸ່ມ ແລະ ມີກອງທຶນທະນາຄານບ້ານ 43 ບ້ານ ມີເງິນກອງທຶນ 61,16 ຕື້ກີບ ແລະ ສໍາເລັດການປະກາດບ້ານໃຫຍ່ບຸ່ງແກ້ວ ເປັນບ້ານພັດ ທະນາ ປະຊາຊົນຢູ່ດີກິນດີ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ