ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຄງການຂອງບໍລິສັດອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ ຢູ່ເຂດເສດຖະກິດບຶງທາດຫຼວງ

Feb 28, 2025

ວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ອ້ອມອາຊີ ພັດ ທະນາອະສັງຫາລິມະຊັບ ຈໍາກັດ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ/ນະຄອນຫຼວງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມຂອງໂຄງການ PAN-ASIA INTERNATIONAL ຢູ່ເຂດເສດຖະກິດບຶງທາດຫຼວງ, ນະຄອນຫຼວງວຽງຈັນ ຂອງບໍລິສັດອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
PAN-ASIA INTERNATIONAL ແມ່ນໂຄງການໜື່ງທີ່ເຂົ້າມາລົງທຶນຕາມແຜນແມ່ບົດໃນເຂດເສດຖະພິເສດບຶງທາດຫຼວງ ໂດຍເຊັນສັນຍາເຊົ່າທີ່ດິນຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ຊຶ່ງເປັນການລົງທຶນຕ່າງປະເທດ (ສປຈີນ) ໃນເນື້ອທີ່ 67,407 ຕາແມັດ ນອນໃນຂອບເຂດພື້ນທີ່ເຂດເສດຖະກິດພິເສດບຶງທາດຫຼວງ ບໍ່ມີຜົນກະທົບຕໍ່ສິດນໍາໃຊ້ທີ່ດິນ ແລະ ຊັບສິນທີ່ຢູ່ເທິງໜ້າດິນຂອງປະຊາຊົນ. ໃນການອອກແບບກໍ່ສ້າງອາຄານປະກອບມີ 10 ຕຶກ, ປັດຈຸບັນໂຄງການໄດ້ກໍ່ສ້າງສໍາເລັດແລ້ວ ປະມານ 85% ແລະ ມີບາງອາຄານກໍ່ໄດ້ສໍາເລັດການກໍ່ສ້າງ ແລະ ເປີດໃຊ້ບໍລິ ການແລ້ວຄື: 1) ກໍ່ສ້າງຕຶກອາຄານຈໍານວນ 5 ຕຶກ, 2) ກໍ່ສ້າງຕຶກອາຄານຈໍານວນ 3 ຕຶກ ແລະ 3) ກໍ່ສ້າງຕຶກອາຄານຈໍານວນ 2 ຕຶກ.
ໂຄງການດັ່ງກ່າວ ເປັນການພັດທະນາອະສັງຫາລິມະຊັບກ່ຽວກັບ ອາຄານ-ສໍານັກງານ ແລະ ທີ່ພັກອາໄສ, ບໍລິ ການໃຫ້ເຊົ່າ ຫຼື ຂາຍ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນັ້ນກໍ່ໄດ້ສ້າງຕຶກອາຄານຫ້ອງການເຂດ, ຫ້ອງ ການຕະຫຼາດ, ເຂດທີ່ພັກອາໄສ, ສ້າງຊຸບເປີມາເກັດ, ຕະຫຼາດກະສິກໍາ ແລະ ສິ່ງອໍາ ນວຍຄວາມສະດວກອື່ນໆ. ເຈົ້າຂອງໂຄງການ ໄດ້ວ່າຈ້າງບໍລິສັດ ສິ່ງແວດລ້ອມສາ ກົນ ກຣຸບ ຈໍາກັດ ເປັນຜູ້ສຶກສາ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.
ຜ່ານການຮັບຟັງການສະເໜີລາຍລະອຽດ ກ່ຽວກັບ ຄວາມເປັນມາຂອງໂຄງ ການ, ເຕັກນິກການອອກແບບໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນຫາຜົນກະທົບຕົ້ນຕໍ ທີ່ຈະເກີດຂື້ີນ ໃນໄລຍະກໍ່ສ້າງ ແລະ ການດໍາເນີນໂຄງການ ພ້ອມທັງການກຳນົດບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ກໍານົດໄວ້ໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ແລະ ຊີ້ແຈງການປັບປຸງບົດລາຍງານຕາມບົດປະກອບຄໍາເຫັນຜ່ານມາຈາກຜູ້ພັດ ທະນາໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມແລ້ວ.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ແຜນພັດທະ ນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຄງການ. ຜ່ານການປຶກ ສາຫາລື ແລະ ປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກ ຕ້ອງ, ຄົບຖ້ວນ ແລະ ສົມບູນ.
ຂ່າວ: ບົວແສງປະເສີດ ພຣະສິດທິເດດ