ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກເມືອງມະຫາໄຊ

Feb 28, 2025

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງອົງຄະນະພັກເມືອງມະຫາໄຊ ແຂວງຄຳມ່ວນ ໄຂຂຶ້ນໃນວັນທີ 27 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ອິນທະວົງ ພົມມະຈັນ ເລຂາຄະນະບໍລິຫານງານພັກ ເມືອງມະຫາໄຊ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງຄຳມ່ວນ, ມີບັນດາເລຂາພັກເມືອງອ້ອມຂ້າງ ແລະ ຜູ້ແທນສົມບູນ 155 ສະຫາຍ ຍິງ 11ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ 2.073 ສະຫາຍໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ອິນທະວົງ ພົມມະຈັນ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ, ບັນ ດາຖັນແຖວພະນັກງານ-ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເມືອງມະຫາໄຊ ໄດ້ເປັນເຈົ້າການໃນການຈັດຕັ້ງ ຜັນຂະຫຍາຍຄາດໝາຍສູ່ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງ ຄັ້ງທີ XIII ວາງອອກຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງໜ້າພໍໃຈ, ສະຖຽນລະພາບທາງດ້ານການເມືອງ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ສະພາບການພັດທະນາ ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ພື້ນ ຖານໂຄງລ່າງຕ່າງໆ ໄດ້ຮັບການປັບປຸງ ແລະ ກໍ່ສ້າງຂຶ້ນ, ມີການຈັດສັນພູມລໍາເນົາອາຊີບຄົງທີ່ ແລະ ການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ໄດ້ຮັບການຈັດຕັ້ງປະຕິ ບັດດີຂຶ້ນເທື່ອລະກ້າວ, ການຂະຫຍາຍການສຶກສາ ແລະ ສາທາລະນະສຸກ ໄດ້ໄປຮອດເຂດຫ່າງໄກສອກຫລີກ, ລູກຫລານຂອງປະຊາຊົນ ໄດ້ຮັບການບໍລິການທາງດ້ານການສຶກສາ ແລະ ສຸຂະພາບຫລາຍຂຶ້ນ, ບ້ານສາທາລະນະສຸກ, ບ້ານວັດທະນະທໍາ ແລະ ບ້ານພັດທະນາມີຈໍານວນເພີ່ມຂຶ້ນ, ລະບົບການຈັດຕັ້ງທຸກຂັ້ນໄດ້ຮັບການປັບປຸງ, ດໍາເນີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕິດຕາມກວດກາການເຄື່ອນໄຫວນໍາພາ-ຊີ້ນຳ ຂອງໜ່ວຍພັກຂັ້ນຕ່າງໆຢ່າງເປັນປະຈໍາ.
ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ປະກອບຄໍາຄິດ-ຄໍາເຫັນ ຕໍ່ຮ່າງບົດລາຍງານການເມືອງຄັ້ງທີ XIV, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2025-2029 ແລະ ຮ່າງບົດສຳຫລວດການນໍາພາ-ຊີ້ນຳລວມ ຂອງອົງຄະນະພັກເມືອງ ຊຸດທີ XIII ພ້ອມທັງຈະໄດ້ດໍາເນີນການປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະ ຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ ແລະ ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງຕື່ມອີກ.
ກອງປະຊຸມໃຫຍ່ຄັ້ງນີ້ຈະດໍາເນີນໄປເປັນເວລາ 2 ວັນຈິ່ງສໍາເລັດ.
ຂ່າວ: ມະນີວັນ