ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການ – ສັງຄົມ 1 ປີ 2024 ແລະ ທິດທາງແຜນການ 1 ປີ 2025 ຢູ່ທີຫ້ອງປະຊຸມຊັ້ນສອງຂອງຫ້ອງວາການ ໂດຍໄຕ້ການເປັນປະທານຮວມຂອງທ່ານ ບົວໄລ ແສນແກ້ວມີກໍ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ຫວັດດີການ – ສັງຄົມແຂວງສາລະວັນ ແລະ ທ່ານ ວຽງໄຊ ມະຫາທິລາດ ຄະນະປະຈຳພັກ ຜູ້ຊີ້ຂົງເຂດວຽກງານເສດຖະກິດ – ສັງຄົມ ມີບັນດາກຳມະການພັກເມືອງ ຫົວໜ້າ – ຮອງຫົວໜ້າຫ້ອງການ ນາຍບ້ານອ້ອມຂ້າງເມືອງ ແລະ ພະນັກງານພາຍໃນຫ້ອງການເຂົ້າຮ່ວມ.
ໃນກອງປະຊຸມກໍ່ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກາເເດງໃນປີ 2024 ແລະ ແຜນການປີ 2025,ຮ່າງຂໍ້ກຳນົດການນໍາໃຊ້ເງິນກອງທຶນສົງເຄາະ, ຮ່າງສະຫຼຸບການຈັດຕັ້ງປະຕິບັດວຽກງານໄພພິບັດ ( ການສ້າງຕັ້ງເງິນກອງທືນສົງເຄາະຂັ້ນເມືອງ ປະຈຳ 1 ປີ 2024 ແລະ ວ່າງທິດທາງແຜນການປີ 2025 ແລະ ສະຫຼຸບວຽກງານແຮງງານ ແລະ ສະຫວັດດີການ – ສັງຄົມເມືອງໃນໄລຍະ 1 ປີ. ຕະຫຼອດໄລຍະ 1 ປີຜ່ານມາຫ້ອງການແຮງງານ ແລະ ສະຫວັດດີການ – ສັງຄົມເມືອງຕະໂອ້ຍໄດ້ເອົາໃຈໃສ່ນໍາພາຊີ້ນຳເຫັນວ່າມີຜົນສຳເລັດຫຼາຍດ້ານເຊິ່ງສະເເດງອອກຄື: ໄດ້ເອົາໃສ່ຄຸ້ມຄອງລາຍຮັບ – ລາຍຈ່າຍຕາມລະບຽບການງົບປະມານການເງິນເມືອງທີ່ວາງອອກ,ຕາມການແບ່ງປັນຂອງເມືອງໄດ້ທັງໝົດ 330 ກ່ວາລ້ານກີບທຽບໃສ່ແຜນແມ່ນປະຕິບັດໄດ້ 100%, ໄດ້ລົງກວດກາ, ຊຸກຍູ້ ແລະ ການເຜີຍແຜ່ບັນດານິຕິກຳຕ່າງໆຢູ່ພາຍໃນເມືອງທັງໝົດ 3 ຄັ້ງ,ກວດກາພົບເຫັນແຮງງານພາຍໃນ ແລະ ຕ່າງປະເທດທັງໝົດ 298 ກ່ວາຄົນຍິງ 91 ຄົນໃນນັ້ນແຮງງານຕ່າງປະເທດທີ່ບໍ່ຖືກຕ້ອງມີ 36 ຄົນຍິງ 10 ຄົນສວນຫຼາຍແມ່ນຊາວຫວຽດນາມ,ໄດ້ປະສານສົມທົບກັບອົງການປະກັນສັງຄົມແຂວງ ແລະ ທະນາຄານສົ່ງເສີມກະສິກຳໃນການອອກບັດ,ຄຸ້ມຄອງບັດອີທີເອັມ ໃນການຈ່າຍເງິນເດືອນຂອງພະນັກງານບຳນານ,ເສຍອົງຄະ ແລະ ເດັກນ້ອຍກຳພ້າໄດ້ 88 ບັດ,ໄດ້ປະຕິບັດລາຍຮັບ – ລາຍຈ່າຍເງິນເສຍຊີວິດພະນັກງານບຳນານ,ພະນັງານ – ລັດຖະກອນ,ລູກພະນັກງານທັງໝົດ 9 ທ່ານເປັນເງິນ 4 ຮ້ອຍກ້ວາລ້ານກີບ,ໄດ້ປະຕິບັດລາຍຮັບ – ລາຍຈ່າຍເງິນອຸດໜູນບຳເນັດເກີດລູກໃຫ້ພະນັກງານ ລັດຖະກອນ – ຄູ່ສົມລົດໄດ້ 29 ທ່ານເປັນເງິນ 36 ກ້ວາລ້ານກີບ,ໄດ້ຮັບບັດປິນປົວສຸຂະພາບຖາວອນຈຳນວນ 81 ບັດ ແລະ ໄດ້ຊ່ວຍເຫຼືອຄອບຄົວທີ່ຖຶກອັກຄີໄຟ,ລົມພະຍຸພັດເຮືອນມີ 9 ບ້ານ 15 ຄອບຄົວມີມູນຄ່າເສຍຫາຍ 23 ກວ້າລ້ານກີບ,ວຽກງານກາແດງໄດ້ປຸກລະດົມຂົນຂວາຍຜູ້ສະໝັກໃຈບໍລິຈາກເລືອກໂດຍບໍ່ຫວັງສິງຕອບແທນໄດ້ 3 ຄັ້ງ,ໄດ້ເລືອກທັງໝົດ 30 ຖົງ,ໄດສຳເລັດມອບເຄື່ອງກັ່ນຕ້ອງນ້ໍາໃນຈຳນວນ 53 ບ້ານ.
ຈາກນັ້ນ; ທ່ານບົວໄລ ແສນແກ້ວມີກໍ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ຫວັດດີ – ສັງຄົມແຂວງສາລະວັນທັງເປັນປະທານກອງຊຸມ,ໄດ້ໃຫ້ກຽດໂອລົມ ກ່ອນອື່ນໝົດທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຜົສຳເລັດໃນການຈັດຕັ້ງປະບັດວຽກງານໃນ 1 ປີຜ່ານມາຂອງຫ້ອງແຮງງານ ແລະ ສະຫວັດດີການ – ສັງຄົມເມືອງ ຕະໂອ້ຍ ທີ່ຍາດມາໄດ້ ແລະ ທ່ານໄດ້ກ່າວຕື່ມອີວ່າ: ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ-ແນວຄິດໄປພ້ອມກັບການເຊື່ອມຊືມ,ກຳແໜ້ນແນວທາງນະໂຍບາຍຂອງພັກຢ່າງເລີກເຊິງ,ປະຕິບັດລວມສູນປະຊາທິປະໄຕ,ຍືດໝັ້ນຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງກົມກ່ຽວກັບບັນດາພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ແລະ ແຂວງ,ສ້າງກົນໄກ,ປັບປຸງລະບອບແບບແຜນວີທີເຮັດວຽກໃຫ້ມີມາດຖານ ແລະ ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນສູງ.
ພາບ-ຂ່າວ: ບຸນທົມ ສວນມະນີ




