ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2024 ໃນວັນທີ 28 ກຸມພາ 2025 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົ.ອ ວິໄລ ຫຼ້າຄໍາຟອງ ກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ເຂົ້າຮ່ວມມີ ຄະນະກໍາມະການອະໄພຍະໂທດລະດັບຊາດ, ປະທານຄະນະກຳມະການອະໄພຍະໂທດລະດັບກະຊວງ, ລະດັບແຂວງ, ນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງວຽງຈັນ ແລະ ອົງການໄອຍະການປະຊາຊົນແຂວງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2024 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2025 ຈາກ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຜູ້ປະຈໍາການ.ເຊິ່ງຜ່ານການຈັດຕັ້ງປະຕິບັດ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້, ບັນດາຄາດໝາຍສູ້ຊົນ,ໜ້າວຽກຈຸດສຸມລວມ, ມາດຕະການຈັດຕັ້ງປະຕິບັດພື້ນຖານເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໃນຕໍ່ໜ້າ.ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 248/ປປທ,ລົງວັນທີ 26 ພະຈິກ 2024 ນັກໂທດທົ່ວໄປທີ່ໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ທັງໝົດມີ 2.716 ຄົນ,ຍິງ 357 ຄົນ; ນັກໂທດທີ່ໄດ້ເງື່ອນໄຂຫຼຸດຜ່ອນໂທດມີ 2.339 ຄົນ, ຍິງ 294 ຄົນ; ຕ່າງປະເທດ 19 ຄົນ,ຍິງ 4 ຄົນ;ນັກໂທດຕະຫຼອດຊີວິດ 13 ຄົນ, ຍິງ 2 ຄົນ;ນັກໂທດຄະດີຢາເສບຕິດ 2.261 ຄົນ, ຍິງ 283 ຄົນ,ຕ່າງປະເທດ 18 ຄົນ,ຍິງ 4 ຄົນ; ນັກໂທດຕະຫຼອດຊີວິດ 13 ຄົນ, ຍິງ 2 ຄົນ; ນັກໂທດຄະດີທົ່ວໄປ 78 ຄົນ, ຍິງ 11 ຄົນ,ຕ່າງປະເທດ 1 ຄົນ; ຈຳນວນນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ 377 ຄົນ, ຍິງ 63 ຄົນ, ຕ່າງປະເທດ 7 ຄົນ; ນັກໂທດຄະດີຢາເສບຕິດ 363 ຄົນ, ຍິງ 60 ຄົນ, ຕ່າງປະເທດ 4 ຄົນ; ນັກໂທດຄະດີທົ່ວໄປ 14 ຄົນ,ຍິງ 3 ຄົນ,ຕ່າງປະເທດ 3 ຄົນ; ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ໄດ້ຮັບອະໄພຍະໂທດມາເປັນໂທດຕັດອິດສະລະພາບຕະຫຼອດຊີວິດ ຕາມລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 249/ປປທ, ລົງວັນທີ 26 ພະຈິກ 2024 ຈໍານວນ 27 ຄົນ, ຍິງ 6 ຄົນ, ຕ່າງປະເທດ 3 ຄົນ; ນັກໂທດຄະດີຢາເສບຕິດ 27 ຄົນ, ຍິງ 6 ຄົນ, ຕ່າງປະເທດ 3 ຄົນ.
ໃນໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ສາມາດດໍາເນີນການໄດ້ໃນປີຜ່ານມາ ບົນຈິດໃຈເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່, ເຊີດຊູຄວາມຮັບຜິດຊອບຂອງບັນດາສະຫາຍ ໄດ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍຜູ້ແທນກອງປະຊຸມໄດ້ສຸມໃສ່ໃນການຄົ້ນຄວ້າ, ປະກອບ ຄໍາເຫັນຕໍ່ເນື້ອໃນຕ່າງໆຂອງກອງປະຊຸມຢ່າງຕັ້ງໜ້າ, ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ໄດ້ເຮັດສຳເລັດ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ພ້ອມທັງກຳນົດວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານທີ່ຈະສຸມໃສ່ຊີ້ນຳ-ນຳພາ ໃນປີ 2025. ບັນດາຜົນສຳເລັດລວມແມ່ນຄວາມຮັບຜິດຊອບການເມືອງ ຂອງຄະນະກຳມະການແຕ່ລະຂັ້ນແມ່ນການປະກອບສ່ວນຂອງຂະແໜງການ, ອົງການກ່ຽວຂ້ອງ ເຊິ່ງໄດ້ພ້ອມກັນທຸ້ມເທເຫື່ອແຮງ, ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກປິ່ນອ້ອມຈົນໄດ້ຮັບຜົນສໍາເລັດ ດັ່ງທີ່ໄດ້ຍົກຂຶ້ນໃນການສະຫຼຸບຂອງກອງປະຊຸມໃນມື້ນີ້.





