ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ອົງການປົກຄອງ ນະຄອນຫຼວງວຽງຈັນ-ມົດສະກູ ລົງນາມແຜນງານການຮ່ວມມື

Feb 28, 2025

ພິທີລົງນາມແຜນງານການຮ່ວມມືລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ແລະ ອົງການປົກຄອງນະຄອນຫຼວງມົດສະກູ ສ ຣັດເຊຍ ຈັດຂຶ້ນວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງມົດສະກູ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນວ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງມົດສະກູ ແລະ ນະຄອນເຊັນປີເຕີສະເບີກ ໃນວັນທີ 25 ກຸມພາ ຫາວັນທີ 6 ມີນາ 2025 ຮ່ວມລົງນາມລະຫວ່າງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ Sergey Cheremin ລັດຖະມົນຕີປະຈຳອົງການປົກຄອງນະຄອນຫຼວງມົດສະກູ ຜູ້ຊີ້ນຳວຽກພົວພັນສາກົນ ແລະ ເສດຖະກິດກັບພາຍນອກ ມີ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວ ປະຈຳຣັດເຊຍ ທ່ານ Alexey Shaposhnikov ປະທານສະພາດູມານະຄອນຫຼວງມົດສະກູ ແລະ ການນໍາຂັ້ນສູງສອງນະຄອນຫຼວງເຂົ້າຮ່ວມ.
ເພື່ອພັດທະນາການພົວພັນສອງຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ລະຫວ່າງຣັດເຊຍ ແລະ ລາວ ໂດຍຖືເອົາຄວາມສົນໃຈຮ່ວມກັນໃນການລົງເລິກ ແລະ ຂະຫຍາຍການພົວພັນຮ່ວມມືທີ່ໄດ້ມີການລົງນາມໃນແຜນງານການຮ່ວມມືຂອງສອງນະຄອນຫຼວງ ປີ 2025-2028 ຈຸດປະສົງຂອງແຜນງານນີ້ເພື່ອຜັນຂະຫຍາຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດມໍລະດົກທາງວັດທະນະທຳ ວັດທະນະທຳ ການວາງແຜນຕົວເມືອງ ການປົກປັກຮັກສາສິ່ງແວດລ້ອມ ການທ່ອງທ່ຽວ ແລະ ກິລາ ການພັດທະນາອຸດສາຫະກຳ ແລະ ນະວັດຕະກຳ ການຄ້າ ເສດຖະກິດ ແລະ ການລົງທຶນ ລວມທັງການຈັດງານວາງສະແດງ ແລະ ກອງປະຊຸມໃຫ້ສອດຄ່ອງຕາມກົດໝາຍຂອງສອງຝ່າຍ ແລະ ສົນທິສັນຍາທີ່ສອງຝ່າຍເປັນພາຄີ ສອງຝ່າຍຈະຕັ້ງໜ້າປະຕິບັດການປະສານງານກິດຈະກຳການເຄື່ອນຂອງຕົນ ພາຍໃຕ້ແຜນງານການຮ່ວມມືນີ້ໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດຂອງແຜນງານ ເພື່ອຮັບປະກັນການປະຕິບັດຖືກຕາມກົດໝາຍແລະມີປະສິດທິຜົນ ສອງຝ່າຍຈະຮ່ວມມືກັນໃນຂົງເຂດຄວາມສາມາດຂອງຕົນ ເປັນຕົ້ນດ້ານວັດທະນະທໍາ ແລະ ມໍລະດົກທາງວັດທະນະທໍາ ດ້ານການຊ່ວຍເຫຼືອພັດທະນາຕົວເມືອງ ດ້ານການປົກປັກຮັກສາສິ່ງແວດລ້ອມຕົວເມືອງ ດ້ານການທ່ອງທ່ຽວ ດ້ານການພັດທະນາອຸດສາຫະກໍາ ແລະ ນະວັດຕະກໍາ ດ້ານການພັດທະນາການພົວພັນການຄ້າ ແລະ ທຸລະກິດ ແລະ ດ້ານການພັດທະນາການຂົນສົ່ງສາທາລະນະ ແລະ ໂຄງສ້າງພື້ນຖານການຂົນສົ່ງທາງບົກ.
ທີ່ມາ: ວຽງຈັນໃໝ່