ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງເອົາກອງພັນທະຫານຮາບ 19 ເປັນກອງວັດທະນະທຳ-ນັກຮົບວັດທະນະທຳ

Feb 28, 2025

ປະກາດຮັບຮອງເອົາກອງພັນທະຫານຮາບ 19 ເປັນກອງວັດທະນະທຳ-ນັກຮົບວັດທະນະທຳ
ພິທີປະກາດຮັບຮອງເອົາກອງພັນທະຫານຮາບ 19 ທະຫານແຂວງອັດຕະປື ເປັນກອງວັດທະນະທຳ-ນັກຮົບວັດທະນະທຳ ສະໄໝທີ I ປະຈໍາປີ 2024 ໄດ້ຈັດຂຶ້ນຢ່າງສົມກຽດ ເມື່ອວັນທີ 27 ກຸມພາ 2025 ທີ່ສະໂມສອນກອງພັນດັ່ງກ່າວ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ຄຳມະນີ ແກ້ວສາທິດ ຄະນະປະຈໍາພັກ ປະທານກວດກາ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື, ມີທ່ານ ພັນໂທ ຄຳລຽງ ແກ້ວອາສາ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນທະຫານຮາບ 19, ມີຄະນະພັກ – ຄະນະບັນຊາ 5 ຫ້ອງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງພັນເຂົ້າຮ່ວມ.
ໃນພິທີທ່ານ ພັນໂທ ຄໍາລຽງ ແກ້ວອາສາ ຫົວໜ້າການເມືອງກອງພັນທະຫານຮາບ 19 ໄດ້ລາຍງານໃຫ້ຮູ້ວ່າ ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະບັນຊາກອງພັນທະຫານຮາບ 19 ໄດ້ຖືສຳຄັນການສ້າງກອງວັດທະນະທຳ-ນັກຮົບວັດທະນະທໍາ, ໂດຍປະຕິບັດຕາມ 5 ມາດຖານໃນການສ້າງກອງວັດທະນະທຳ-ນັກຮົບວັດທະນະທໍາ, ການປັບປຸງແບບແຜນການນໍາພາບັນຊາຂອງກົມກອງ ເຮັດໃຫ້ບັນດາຂົງເຂດວຽກງານຂະບວນການດ້ານຕ່າງໆ ພາຍໃນກົມກອງ ມີຄວາມເປັນລະບຽບ ສະອາດຈົບງາມ, ພະນັກງານ-ນັກຮົບ ມີສະຕິຕື່ນຕົວສູງ ເຂົ້າໃນການປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ ເຮັດໃຫ້ກົມກອງມີການພັດທະນາຂື້ນເປັນກ້າວໆ, ໄດ້ເອົາໃຈໃສ່ ປັບປຸງກໍ່ສ້າງບັນດາພື້ນຖານໂຄ່ງລ່າງ ເພີ່ມເຕີມ ເປັນຕົ້ນ ລະບົບປະຕູໂຂງ, ເຮືອນນອນ, ຫ້ອງການ, ລະບົບເສັ້ນທາງ, ການປະດັບປະດາສະຖານເສັ້ນທາງອ້ອມຄ້າຍ, ລະບົບຫ້ອງການ, ປັບປຸງບັນດາປ້າຍຄຳຂັວນ ຕາມເສັ້ນທາງ ແລະ ສະຖານທີ່ອື່ນໆ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອັດຕະປື ວ່າດວ້ຍການຮັບຮອງຢັ້ງຢືນເອົາ ກອງພັນທະຫານຮາບ 19 ພ້ອມດ້ວຍກອງຮ້ອຍທີ່ຂຶ້ນກັບເປັນກອງວັດທະນະທຳ-ນັກຮົບວັດທະນະທຳ ສະໄໝທີ I ໃນສົກປີ 2024 ຢ່າງສົມກຽດ.
ໂອກາດດັ່ງກ່າວທ່ານ ພັນເອກ ຄໍາມະນີ ແກ້ວສາທິດ ຄະນະປະຈໍາພັກ ປະທານກວດກາ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນໂດດເດັ່ນ ທີ່ກົມກອງສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງບັນດາຄະນະພັກ-ຄະນະບັນຊາ ກອງພັນທະຫານຮາບ 19 ຈົ່ງພ້ອມກັນຮັກສາມູນເຊື້ອກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ຍືນຍົງຕະຫຼອດໄປ, ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານນັກຮົບ ພາຍໃນກົມກອງໃຫ້ຮັບຮູ້ກ່ຽວກັບໜ້າທີ່ພາລະບົດບາດ ຂອງກອງວັດທະນະທຳ, ນັກຮົບວັດທະນະທຳ, ເພີ່ມທະວີຊຸກຍູ້ປຸກລະດົມ ພະນັກງານ-ນັກຮົບ ໃຫ້ເຂົ້າຮ່ວມສ້າງຂະບວນການດ້ານຕ່າງໆ ຂອງກົມກອງໃຫ້ເປັນຂະບວນການຟົດຟື້ນ ຕັ້ງໜ້າເສີມຂະຫຍາຍມູນເຊື້ອກອງທັບປະຕິວັດ ເຂົ້າໃນການປັບປຸງກໍ່ສ້າງກົມກອງຂອງຕົນ ໃຫ້ກາຍເປັນກອງທັບປະຕິວັດທີ່ແບບແຜນທັນສະໄໝ.
ຂ່າວ: ແສງຫຼ້າ ກຸວົງສາ