ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊຸດຝຶກ​ອົບຮົມພາຍໃຕ້ຫົວຂໍ້​ “ບົດຮຽນການເຄື່ອນໄຫວການທູດເສດຖະກິດ ຂອງປະເທດຕວັກກີ ແລະ ເຕັກນິກການເຈລະຈາການທູດສອງຝ່າຍ ແລະ ຫຼາຍຝ່າຍ” ໃຫ້ແກ່ນັກການທູດລາວ (ຜ່ານທາງອອນລາຍ)

Feb 28, 2025

​ ໃນຕອນບ່າຍ, ວັນທີ 17 ກຸມພາ 2025, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ວິທະຍາຄານການທູດຕວັກກີ, ກະຊວງການຕ່າງປະເທດຕວັກກີ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ບົດຮຽນການເຄື່ອນໄຫວການທູດເສດຖະກິດຂອງປະເທດຕວັກກີ ແລະ ເຕັກນິກການເຈລະຈາການທູດສອງຝ່າຍ ແລະ ຫຼາຍຝ່າຍ” ຜ່ານທາງອອນລາຍ ໃຫ້ແກ່ ນັກການທູດ ແລະ ພະນັກງານລັດຖະກອນຂອງ ສປປ ລາວ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຈໍານວນທັງໝົດ 28 ທ່ານ, ຍິງ 15 ທ່ານ, ເຊິ່ງໃຫ້ກຽດເປັນປະທານໃນພິທີເປີດຄັ້ງນີ້ໂດຍ ທ່ານ ນາງ ວິທະຍາ ໄຊຍະວົງ, ຫົວໜ້າສະຖາບັນການຕ່າງປະເທດຂອງ ສປປ ລາວ ຮ່ວມກັບ ທ່ານ Özgür Gökmen, ຮອງຫົວໜ້າວິທະຍາຄານການທູດຕວັກກີ. ພ້ອມນີ້, ກໍມີ ທ່ານ Orhan Işık, ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ, ຄະນະສະຖາບັນການຕ່າງປະເທດ, ວິທະຍາກອນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ຂອງຊຸດຝຶກອົບຮົມເຂົ້າຮ່ວມ.
ຈຸດປະສົງຂອງຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອຜັນຂະຫຍາຍກິດຈະກໍາຕ່າງໆພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 5 ກຸມພາ 2024 ໃຫ້ເປັນຮູບປະທໍາ. ອີກຢ່າງໜຶ່ງ, ກໍເພື່ອເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງສະຖາບັນ ກໍຄື ສອງກະຊວງການຕ່າງປະເທດ.
ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນເປັນໄລຍະເວລາ 3 ວັນ, ນັບແຕ່ວັນທີ 17-19 ກຸມພາ 2025 ແລະ ໄດ້ປິດລົງໃນວັນທີ 19 ກຸມພາ 2025, ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດເປັນຢ່າງດີ, ເຊິ່ງຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ມີໂອກາດຮຽນຮູ້ປະສົບການ ແລະ ບົດຮຽນດ້ານວິຊາສະເພາະ ກ່ຽວກັບ ການເຄື່ອນໄຫວການທູດເສດຖະກິດ ຂອງປະເທດ ຕວັກກີ ແລະ ເຕັກນິກການເຈລະຈາການທູດສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ນະໂຍບາຍການຕ່າງປະເທດຂອງຕວັກກີ ຕໍ່ພາກພື້ນ ແລະ ສາກົນ; ພ້ອມດຽວກັນ, ກໍ່ໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານການທູດຕົວຈິງ ລະຫວ່າງ ລາວ ແລະ ຕວັກກີ, ການພົວພັນລະຫວ່າງ ຕວັກກີ ຕໍ່ ສປປ ລາວ ແລະ ອາຊີຕາເວັນອອກສຽງໃຕ້; ການທູດດ້ານພະລັງງານ ແລະ ບົດຮຽນອື່ນໆ, ເຊິ່ງເປັນບົດຮຽນທີ່ສໍາຄັນ ແລະ ເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອຍົກລະດັບຄວາມຮູ້ໃນຂົງເຂດວຽກງານການຕ່າງປະເທດ ໂດຍສະເພາະນະໂຍບາຍການທູດເສດຖະກິດ ແລະ ທັກສະການເຈລະຈາ ຂອງປະເທດຕວັກກີ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.