ເມື່ອບໍ່ດົນມານີ້, ຈີນ-ລາວ ໄດ້ຮ່ວມກັນລົງນາມໃນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ຫຼື AI ຢູ່ນະຄອນ ຫຼວງວຽງຈັນຂອງລາວ. ນີ້ແມ່ນເວທີການຮ່ວມມືປະດິດສ້າງໃໝ່ດ້ານປັນຍາປະດິດແຫ່ງທຳອິດລະຫວ່າງຈີນກັບອາຊຽນ ເຊິ່ງມີຈຸດປະສົງເພື່ອຍົກລະດັບຄວາມສາມາດພື້ນຖານຂອງລາວໃຫ້ສູງຂຶ້ນຢ່າງເປັນລະບົບໃນຍຸກປັນຍາປະດິດ, ສ້າງພະລັງຂັບເຄື່ອນໃຫ້ແກ່ຂະແໜງການຕ່າງໆຂອງລາວ. ເຫດການດັ່ງກ່າວນີ້ ຖືເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ມີບາດກ້າວອັນໜັກແໜ້ນໃນການຮ່ວມມືດ້ານປັນຍາປະດິດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຈີນ ແລະ ອາຊຽນເພື່ອລົງເລິກການຮ່ວມມືໃນຂົງເຂດດັ່ງກ່າວໃນອະນາຄົດ.
ປັດຈຸບັນ ເຊິ່ງເປັນຍຸກແຫ່ງເຕັກໂນໂລຊີວິທະຍາສາດໄດ້ຮັບການພັດທະນາຢ່າງວ່ອງໄວ, ປັນຍາປະດິດໄດ້ກາຍເປັນຈຸດສຸມທີ່ທົ່ວໂລກໃຫ້ຄວາມສົນໃຈຮ່ວມກັນ, ບັນດາປະເທດໃນໂລກຕ່າງພາກັນເພີ່ມການລົງທຶນ ແລະ ວາງແຜນໃນຂົງເຂດນີ້. ໃນຊຸມປີມໍ່ໆມານີ້, ຈີນໄດ້ປະສົບຜົນສຳເລັດຢ່າງພົ້ນເດັ່ນໃນຂົງເຂດປັນຍາປະດິດ. ໃນດ້ານການຄົ້ນຄວ້າວິທະຍາສາດ, ຈີນໄດ້ລົງທຶນຢ່າງຫຼວງຫຼາຍໃນດ້ານຊັບພະຍາກອນມະນຸດ ເຊິ່ງໄດ້ບົ່ມສ້າງຜູ້ມີຄວາມຮູູ້ຄວາມສາມາດດ້ານວິຊາການເປັນຈຳນວນຫຼວງຫຼາຍ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ຫ້ອງທົດລອງຕ່າງໆ ໄດ້ແຕກໜໍ່ຈໍ່ແໜງຂຶ້ນເລື້ອຍໆ. ໃນດ້ານການນຳໃຊ້ຕົວຈິງ, ເຕັກນິກ AI ທີ່ທັນສະໄໝ ເຊັ່ນ DeepSeek ເປັນຕົ້ນ ໄດ້ນຳໃຊ້ເຂົ້າໃນການປິ່ນປົວພະຍາດ, ການສຶກສາ, ການຄົມມະນາຄົມ, ການປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆ.
ອີງຕາມສະຖິຕິທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ: ນັບມາຮອດປີ 2025, ຈີນມີແບບຈຳລອງ AI ຂະໜາດໃຫຍ່ທີ່ມີດັດຊະນີ 1 ຕື້ຂຶ້ນໄປ ເກືອບ 80 ອັນ, ປະ ສິດທິພາບໃນການປະມວນຜົນຂໍ້ມູນຂອງ AI ຂອງຈີນໄດ້ບັນລຸ 1.000 EFLOPS, ຂະໜາດອຸດສາຫະກຳແກນກາງ AI ມີເກືອບ 600 ຕື້ຢວນ. ຂໍ້ມູນເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມາດຕົວຈິງອັນໜາແໜ້ນຂອງຈີນໃນດ້ານປັນຍາປະດິດ.
ຂະນະດຽວກັນ, ບັນດາປະເທດສະມາຊິກອາຊຽນກໍໄດ້ຮັບຮູ້ກ່ຽວກັບໂອກາດການພັດທະນາທີ່ໄດ້ມາຈາກການນໍາໃຊ້ປັນຍາປະດິດ, ພ້ອມກັນວາງຍຸດທະສາດການພັດທະນາດ້ານປັນຍາປະດິດ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ປັນຍາປະດິດ. ຕາມຂ່າວລາຍງານວ່າ: ໃນປີ 2023, ໂຄງການປັນຍາປະດິດຂອງບັນດາປະເທດສະມາຊິກອາຊຽນ ເພີ່ມຂຶ້ນ 80%, ຄາດວ່າໃນລະຫວ່າງປີ 2024 ຫາ 2025 ຍັງຈະສືບຕໍ່ເພີ່ມຂຶ້ນອີກ 67%, ປັນຍາປະດິດມີທ່າອ່ຽງໄດ້ຮັບການພັດທະນາຢ່າງຄຶກຄື້ນໃນອາຊຽນ. ຢ່າງໃດກໍຕາມ, ຄຽງຄູ່ກັບປັນຍາປະດິດໄດ້ຮັບການພັດທະນາຢ່າງວ່ອງໄວ, ຄວາມສ່ຽງທີ່ຈະເກີດຂຶ້ນຕາມມານັ້ນ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ໃນກອງປະຊຸມຜູ້ນຳປະເທດສະມາຊິກອາຊຽນທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024, ຈີນ ແລະ ອາຊຽນໄດ້ຮ່ວມກັນອອກຖະແຫຼງການຮ່ວມວ່າດ້ວຍການສ້າງການຮ່ວມມືດ້ານນິເວດທາງດ້ານດີຈີຕອນທີ່ຍືນຍົງ ແລະ ກວມລວມ, ສົ່ງເສີມໃຫ້ສອງຝ່າຍລົງເລິກການຮ່ວມມືໃນຂົງເຂດດີຈີຕອນພາຍໃຕ້ກົນໄກທີ່ກ່ຽວຂ້ອງ, ຮ່ວມກັນສ້າງລະບົບນິເວດທາງດ້ານດີຈີຕອນທີ່ຍືນຍົງ ແລະ ກວມລວມ.
ສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດທີ່ສ້າງຕັ້ງຂຶ້ນໃນຄັ້ງນີ້ຈະສຸມກຳລັງເພື່ອຊ່ວຍປະເທດລາວສ້າງແບບຈຳລອງ AI ຂະໜາດໃຫຍ່ຂອງຕົນເອງ ແລະ ຄວບຄຸມດ້ວຍຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງການ ແລະ ຮູບແບບການນຳໃຊ້ຕົວຈິງ, ຫຼຸດຜ່ອນການອາໄສເຕັກໂນໂລຊີຕ່າງປະເທດ. ສ້າງພະລັງຂັບເຄື່ອນໃຫ້ແກ່ຂົງເຂດກະສິກຳ, ການແພດ ແລະ ຂົງເຂດອື່ນໆ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານເຕັກນິກ AI. ນອກນີ້, ສູນຮ່ວມມືດັ່ງກ່າວ ຍັງຈະຊ່ວຍຍົກລະດັບດ້ານປັນຍາປະດິດໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍຄື ການສຶກສາຂອງລາວ ແລະ ສ້າງພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ແມ່ນການຮ່ວມມືຢ່າງເປັນລະບົບຄັ້ງທຳອິດລະຫວ່າງຈີນ ແລະ ປະເທດສະມາຊິກອາຊຽນໃນຂົງເຂດເຕັກນິກ AI ເທົ່ານັ້ນ, ຫາກຍັງເປັນການຕອບສະໜອງຢ່າງຕັ້ງໜ້າຕໍ່ຖະແຫຼງການຮ່ວມຈີນ-ອາຊຽນ ວ່າດ້ວຍການສ້າງການຮ່ວມມືດ້ານນິເວດທາງດ້ານດີຈີຕອນທີ່ຍືນຍົງ ແລະ ກວມລວມ ອີກດ້ວຍ ເຊິ່ງ ທ່ານບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂອງລາວ ໄດ້ຍ້ອງຍໍຊົມເຊີຍ ວ່າ: ນີ້ແມ່ນການກະທຳທີ່ຫັນຈາກແຜນຜັງໃຫ້ກາຍເປັນໝາກຜົນຕົວຈິງ.






