ພທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳ ຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ອີງຕາມປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃນນັ້ນ ບັນຫາອຸບັດຕິເຫດ, ການສັນຈອນແອອັດ, ບັນຫາລົດບັນ ທຸກແກ່ຫີນ-ຊາຍທີ່ບໍ່ປົກຜ້າບັດ ກໍເປັນບັນຫາໜຶ່ງໃນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ນວ.
ສະນັ້ນ, ພະແນກຕຳຫຼວດຈາລະຈອນ ສົມທົບກັບ ຈະລາຈອນ ເມືອງໄຊເສດຖາ ແກ້ໄຂບັນຫາລົດແກ່ຫີນ,ດິນ,ຊາຍ ບໍ່ປົກຜ້າບັດ ເຊິ່ງເຮັດໃຫ້ຫີນຊາຍ ແລະ ສິ່ງເປິະເປື້ອນຕົກໃສ່ຖະໜົນຫົນທາງ ສ້າງສິ່ງເປິະເປື້ອນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໃຫ້ແກ່ຜູ້ສັນຈອນໄປມາຕາມທ້ອງຖະໜົນ ໂດຍສະເພາະລົດຈັກ ເຊິ່ງມີຄວາມສ່ຽງໃນການເກີອຸບັດຕິເຫດ, ໂດຍໃນທີ່ຜ່ານມາເຈົ້າໜ້າທີ່ກໍໄດ້ລົງສຶກສາອົບຮົມພາກສ່ວນກ່ຽວຂ້ອງແລ້ວ ແຕ່ຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.
ເຈົ້າໜ້າທີ່ຈະບໍ່ມີການສຶກສາອົບຮົມແລ້ວ ເຊິ່ງຈະໃຊ້ມາດຕະການຕາມດຳລັດ 568 ລົງວັນທີ 16 ກັນຍາ 2021 ໂດຍສະເພາະມາດຕະການຕໍ່ກັບຜູ້ລະເມີດກົດຈະລາຈອນ ມາດຕາ 43 ກ່ຽວກັບການແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ສ້າງສິ່ງເປິເປື້ອນໃສ່ຖະໜົນຫົນທາງ ຈະໄດ້ມີການກັກເອກະສານ ຫຼື ກັກໃບຂັບຂີ່ ແລະ ຈະໄດ້ເຊີນນັກຂັບຂີ່ ຫຼື ຜູ້ປະກອບການ ມາເຮັດບົດບັນທຶກ ສຶກສາອົບຮົມ ແລະ ປັບໄໝຕາມລະບຽບການໃນສະຖານຄວາມຜິດແຕ່ລະຄັ້ງ ຖ້າມີການລະເມີດຄັ້ງຕໍ່ໄປກໍຈະໄດ້ປະຕິບັດຕາມມາດຕາ 47 ຂອງດຳລັດ 568 ຈະຄູນສອງເທົ່າຄັ້ງທີສາມ ແລະ ຈະຄູນສາມເທົ່າຕາມດຳລັດໄດ້ກຳນົດໄວ້.
ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ





