ນາງ ໄຜ່ທິດາ ໂພທິສານ ຜູ້ຊະນະເລີດຊົງກາເຟຢອດປະຈຳປີ 2018 ຈະໄດ້ຮັບໜ້າທີ່ເປັນຜູ້ນໍາສະເໜີ ແລະ ໂຄສະນາກ່ຽວກັບກາເຟພູເບັ້ຍຢ່າງເປັນທາງການ ຊື່ງພິທີເຊັນສັນຍາຈັດຂື້ນໃນວັນທີ 27 ກຸມພາ 2025, ທີ່ຮ້ານກາເຟພູເບັ້ຍ ລະຫວ່າງ ທ່ານນາງ ສຸນັດຕາ ລິດປັນຍາ ເຈົ້າຂອງຮ້ານການເຟ ທັງເປັນປະທານກາເຟພູເບ້ຍລາວ ຈໍາກັດ ແລະ ທ່ານ ນາງ ໄຜ່ທິດາ ໂພທິສານ ມີສື່ມວນຊົນພາກສ່ວນຕ່າງໆເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຮ່ວມມືກັບຜູ້ນຳສະເໜີຜະລິດຕະພັນກະເຟພູເບ້ຍໃນຄັ້ງນີ້ ແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ, ໂຄສະນາເຜີຍແຜ່ຜະລິດຕະພັນກາເຟຂອງຄົນລາວ ກໍຄືກາເຟພູເບ້ຍ ໃຫ້ມວນຊົນທັງພາຍໃນ ແລະຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະຫັນມາດື່ມກະເຟທີ່ມີຄຸນນະພາບຂອງລາວ ແນໃສ່ສ້າງລາຍຮັບໃຫ້ແກ່ກຸ່ມຜູ້ປູກກາເຟລາວຫລາຍຂຶ້ນ.
ໂອກາດນີ້, ທ່ານ ນາງ ໄຜ່ທິດາ ໂພທິສານ ໃຫ້ສໍາພາດວ່າ: ຮູ້ສຶກດີໃຈຫລາຍທີ່ໄດ້ຮັບໜ້າທີ່ສໍາຄັນນີ້ ເພື່ອໂຄສະນາ ແລະ ພັດທະ ນາກາເຟລາວໃຫ້ເປັນທີ່ຮູ້ຈັກຂອງສາກົນຫລາຍຂຶ້ນ, ພ້ອມທັງຢືນຢັນ ຈະເຮັດໜ້າທີ່ນຳສະເໜີກາເຟພູເບ້ຍ ຊື່ງເປັນກາເຟອໍແກນນິກ(ປອດສານພິດ) ປູກໂດຍປະຊາຊົນທ້ອງຖິ່ນຢູ່ທາງພາກ ເໜືອຂອງ ສປປ ລາວ ໂດຍສະເພາະແຂວງຊຽງຂວາງໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.
ຮ້ານກາເຟພູເບ້ຍເລີ່ມທົດລອງເປີດໃຫ້ບໍລິການແກ່ມວນຊົນຊາວນະຄອນຫລວງວຽງຈັນ ສາມາດຮອງຮັບລູກຄ້າໄດ້ 100 ກວ່າຄົນ, ນອກຈາກບໍລິການກາເຟແລ້ວ, ຍັງມີອາຫານ ແລະ ເຄື່ອງດື່ມຫລາຍປະເພດໄວ້ໃຫ້ບໍລິການແກ່ລູກຄ້າ. ຄາດວ່າຈະເປີດຮ້ານຢ່າງເປັນທາງການ ໃນຕົ້ນເດືອນພຶດສະພາປີ 2025 ນີ້.
ຂ່າວ: ຈັນທະສອນ ສີຫານາດ






