ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ປະກາດພະນັກງານອອກພັກການຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າກົມ

Feb 28, 2025

ວັນທີ 28 ກຸມພານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານ ແລະ ແຕ່ງ ຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າກົມ ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ມີຮອງລັດຖະມົນຕີ, ຮັກສາການຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ- ລັດຖະກອນ ຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມ.
ໃນພິທີໄດ້ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ຈຳນວນ 18 ທ່ານ ຍິງ 9 ທ່ານ.
ໃນໂອກາດດຽວກັນນີ້, ໄດ້ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນຫົວ ໜ້າກົມ ຈໍານວນ 6 ກົມ ຄື: 1. ທ່ານ ບໍວອນທັດ ດວງຈັກ ເປັນຫົວໜ້າຫ້ອງການກະຊວງ, 2. ທ່ານ ວັນດີ ບຸດສະດີ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, 3. ທ່ານ ເອກະພາບ ພັນທະວົງ ເປັນຫົວໜ້າກົມເອີຣົບ ແລະ ອາເມຣິກາ; 4. ທ່ານ ບຸນທະນົງສັກ ຈັນທະລາດ ເປັນຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ; 5. ທ່ານ ກັນຍາ ຄໍາມຸງຄຸນ ເປັນຫົວໜ້າຫ້ອງການບໍລິການສະຖານ ທູດ; 6. ທ່ານ ອຸດຕະມະ ສິດທິພົງ ເປັນຫົວໜ້າກົມພິທີການທູດ, ຕາມດຳລັດ ສະບັບເລກທີ 23,24,25/ນຍ, ລົງວັນທີ 2 ມັງກອນ 2025, ສະບັບເລກທີ 72/ນຍ, ລົງວັນທີ 5 ກຸມພາ 2025, ສະບັບເລກທີ 159/ນຍ, ລົງວັນທີ 25 ກຸມພາ 2025 ແລະ ສະບັບເລກທີ 631/ນຍ, ລົງວັນທີ 25 ຕຸລາ 2024.
ໃນພິທີ ຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ອອກພັກການ-ຮັບອຸດໜູນບຳນານ ແລະ ໃຫ້ຄຳໂອວາດແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ຊຶ່ງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ພະນັກງານ-ລັດຖະ ກອນ ຂອງກະຊວງການຕ່າງປະເທດ ທີ່ໄດ້ພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້, ທີ່ໄດ້ປະກອບສວນດ້ານກຳລັງແຮງ, ສະຕິປັນ ຍາ, ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະ ເພາະ ແມ່ນການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຫ້າວ ຫັນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ.
ພ້ອມດຽວກັນ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບ ແຜນ ການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການນຳພາ -ຊີ້ນຳ ແລະ ປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນໃຫ້ນັບມື້ນັບມີປະສິດທິພາບໃນແຕ່ລະດ້ານ ແລະ ອື່ນໆ.
ຂ່າວ: ກະຊວງການຕ່າງປະເທດ