ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະກໍາມະການຮ່ວມມື ຫວຽດນາມ-ລາວ

Feb 28, 2025

ໃນຕອນບ່າຍວັນທີ 27 ກຸມພາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບທ່ານ ເຈິ່ນ ກວັກ ເຟືອງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ທີ່ໄດ້ນໍາພາຄະນະຊ່ຽວຊານ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຢ້ຽມຂ່ຳນັບ ໃນໂອກາດມາເຄື່ອນໄຫວເຮັດວຽກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ຮອງລັດຖະມົນ ຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ພັກ, ລັດຖະບານ ຫວຽດນາມ ທີ່ໄດ້ສົ່ງຄະນະຊ່ຽວຊານ ມາເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ລວມທັງ ໃຫ້ຄໍາປຶກສາ ແລະ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງປະເທດ ເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ; ໂຄງການກໍ່ສ້າງສາງເກັບນໍ້າມັນເຊື້ອໄຟ; ໂຄງການກໍ່ສ້າງສວນອຸທິຍານມິດຕະພາບ ລາວ-ຫວຽດນາມ; ລວມທັງ ການກໍານົດແຜນຍຸດທະສາດຮ່ວມມື ລາວ-ຫວຽດນາມ ໃນຕໍ່ໜ້າ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເປັນຮູບປະທຳໂດຍໄວ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທັງເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການພັດທະນາ; ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງຫວັງວ່າ ຄະນະຊ່ຽວຊານດັ່ງກ່າວ ຈະນໍາໃຊ້ຄວາມຮູ້ຄວາມສາມາດ, ປະສົບການ ແລະ ບົດຮຽນຕົວຈິງຂອງຕົນເອງ ປຶກສາຫາລື ແລະ ເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດວຽກງານ ກໍ່ຄື ໜ້າທີ່ການເມືອງ ທີ່ສອງພັກ, ສອງລັດ ມອບໝາຍໃຫ້ນັ້ນ ມີຄວາມຄືບໜ້າ, ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້. ພ້ອມທັງ ສະເໜີຕໍ່ຄະນະຊ່ຽວຊານ ຖ້າຫາກພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍ່ສາມາດສະ ເໜີໄດ້ໂດຍກົງ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ຕະຫຼອດໄລຍະເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.
ໂອກາດດຽວກັນ, ທ່ານຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ກໍໄດ້ສະ ແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນການເຮັດວຽກກັບຂະແໜງການຈຳນວນໜຶ່ງ ຂອງ ສປປ ລາວ ເປັນຕົ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ລວມທັງ ແຜນການຈະເຮັດວຽກຮ່ວມກັບຫ້ອງວ່າການສູນກາງພັກ; ກະຊວງແຜນການ ແລະ ການລົງທຶນ ພ້ອມທັງ ຢືນຢັນວ່າ ຈະເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອພ້ອມກັນຈັດຕັ້ງປະຕິບັດ ບັນດາທິດຊີ້ນໍາ ກໍ່ຄື ການຕົກລົງຂອງການນໍາຂັ້ນສູງ ສອງປະເທດ ໃຫ້ມີຜົນສໍາເລັດ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ ທັງເປັນການປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.
#ຂ່າວແລະພາບ: ກົມປະຊາສຳພັນ, ຫສນຍ.
May be an image of 5 people and dais