ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດບາດຂອງຈີນໃນເຂດໂລກໃຕ້: ເສດຖະກິດ ແລະ ການຂະຫຍາຍຕົວທີ່ເປັນມິດຕໍ່ສິ່ງແວດລ້ອມ

Mar 1, 2025

ແບບຢ່າງໃນດ້ານການພັດທະນາເສດຖະກິດ ແລະບົດບາດຂອງຈີນຕໍ່ໂລກ: ທ່ານ ໂມຮໍາເໝັດ ຊາຄິບ (Mohammed Saqib), ຜູ້ອໍານວຍການສູນຄົ້ນຄວ້າເສດຖະກິດເຂດໂລກໃຕ້ ໄດ້ເນັ້ນຢໍ້າເຖີງການປ່ຽນແປງຂອງຈີນຈາກການຂະຫຍາຍຕົວດ້ວຍຄວາມໄວສູງໄປສູ່ການພັດທະນາທີ່ເຕັມໄປດ້ວຍຄຸນນະພາບສູງ. ທ່ານເນັ້ນໜັກວ່າ: ຈີນ ມຸ່ງເນັ້ນພັດທະນາປະເທດເປັນຢ່າງດີ, ທັງທາງດ້ານການ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີທັນສະໄໝ, ການຜະລິດເຕັກໂນໂລຊີ​ອັດສະລິຍະ ​ແລະ ຄວາມ​ຍືນ​ຍົງ. ນອກຈາກນີ້, ຍັງດຳເນີນການປະຕິຮູບດ້ານການເງິນ, ເພີ່ມການລົງທຶນໃນສະຫວັດດີການສັງຄົມ ແລະ ສົ່ງເສີມການບໍລິໂພກພາຍໃນປະເທດ ເຮັດໃຫ້ກາຍເປັນເສົາ​ຄ້ຳ​ສຳຄັນ​ຂອງ​ການ​ຫັນປ່ຽນໃໝ່ທີ່ນັບມື້ດີຂຶ້ນເລື້ອຍໆ.

ສ່ວນ ທ່ານ Arnaud Bertrand, ຜູ້ປະກອບການຊາວຝລັ່ງທີ່ຮູ້ເລິກເຊິ່ງກ່ຽວກັບອາລິຍະທໍາຈີນ ໄດ້ວິພາກວິຈານສື່ມວນຊົນຕາເວັນຕົກທີ່ອອກຂ່າວໃນທາງທີ່ບໍ່ສ້າງສັນກ່ຽວກັບປະເທດຈີນ ແລະ ຊີ້ໃຫ້ເຫັນວ່າ: ມາດຕະການ ເຊັ່ນ: ການຄວບຄຸມການສົ່ງອອກຊິບ (semiconductors) ແລະ ອັດຕາພາສີ 100% ຕໍ່ພາຫະນະໄຟຟ້າຂອງຈີນຂອງບາງປະເທດຕາເວັນຕົກ ແມ່ນມາຈາກຄວາມກັງວົນຕໍ່ການເພີ່ມຂຶ້ນດ້ານເຕັກໂນໂລຊີຂອງຈີນ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຈີນ ​ພວມ​ຫັນປ່ຽນ​ຈາກ​ການ​ຜະລິດ​ຍີ່​ຫໍ້​ສິນຄ້າຕ່າງປະ​ເທດ​ມາ​ເປັນ​ການ​ພັດທະນາ​ສິນຄ້າຍີ້ຫໍ້ຂອງ​ຕົນ. ດ້ວຍ​ຄວາມ​ສຳ​ເລັດ​ຢ່າງ​ໜ້າ​ອັດສະຈັນໃນ​ຂະ​ແໜງ​ການ​ຕ່າງໆ ​ເຊັ່ນ: ​ລົດ​ໄຟຟ້າ​ ແລະ​ ປັນຍາ​ປະດິດ (AI) ​ເຮັດ​ໃຫ້​ຄູ່​ແຂ່ງຫລາຍປະເທດໃນຕາ​ເວັນ​ຕົກ​ມີຄວາມວິຕົກກັງວົນ.

ຂະນະທີ່, ທ່ານ Jose Ricardo, ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ເຊົາ​ໂປ​ໂລ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ລາ​ຕິນ. ທ່ານ​ກ່າວ​ວ່າ: ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບຣາຊິນ​ໃນ​ປີ 2024 ບັນລຸເຖິງ 157,9 ຕື້​ໂດ​ລາ ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຄູ່​ການ​ຄ້າ​ຕົ້ນຕໍ​ຂອງ​ຫຼາຍ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ. ທ່ານ Ricardo ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບົດບາດ​ທີ່​ເພີ່ມ​ຂຶ້ນ​ຂອງ​ຈີນ​ເວທີ​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ປະ​ເທດ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່ ຫຼື BRICS, ເນື່ອງຈາກຈີນໄດ້ຊ່ວຍ​ປັບປຸງ​ລະບຽບ​ການຕ່າງໆ ດ້ານ​ເສດຖະກິດ​ສາກົນ ​ເພື່ອ​ຜົນປະໂຫຍດລວມ ​ຕໍ່​ບັນດາ​ປະ​ເທດ​ເຂດໂລກ​ໃຕ້.

ແບບຢ່າງການປົກຄອງທີ່ດີຂອງຈີນ: ທ່ານ ໂມຮໍາເໝັດ ຊາຄິບ ໄດ້ຍົກໃຫ້ເຫັນເຖີງການເລືອກຕັ້ງໃນປະເທດຕາເວັນຕົກທີ່ມີນາຍທຶນຄອບຄອງ ເຊິ່ງຕ່າງກັບຈີນທີ່ໃຫ້ຄວາມສຳຄັນກັບການວາງແຜນໃນໄລຍະຍາວ ແລະ ການຕັດ ສິນໃຈຮ່ວມກັນແບບລວມສູນ.

ທ່ານ Arnaud Bertrand ກ່າວວ່າ: ລະບົບ​ການ​ເມືອງ​ຂອງ​ຈີນ ​ເນັ້ນ​ໜັກ​ເຖິງ​ການ​ປົກຄອງ​ແບບ​ມີ​ຄຸນ​ນະພາ​ບສູງ, ​ເຊິ່ງມີຜູ້ນຳ​ທີ່ກ້າວ​ຂຶ້ນ​ມາດໍາລົງຕໍາແໜ່ງໄດ້​ຜ່ານ​ປະສົບ​ການ​ຫຼາຍ​ປີ​ຈາກ​ທ້ອງ​ຖິ່ນ​ເຖິງ​ລະດັບ​ປະເທດ. ໃນຂະນະທີ່ຕາເວັນຕົກມັກເລືອກຜູ້ນຳທີ່ເນັ້ນຄວາມນິຍົມ ເຊິ່ງອາດຂາດຄວາມສອດຄ່ອງໃນດ້ານນະໂຍບາຍ.

ທ່ານ Jose Ricardo ກ່າວວ່າ: ການປົກຄອງຂອງຈີນທີ່ພັດທະນາຂຶ້ນແຕ່ປີ 1949 ແມ່ນອີງໃສ່ຫຼັກການບໍ່ຮຸກຮານ, ບໍ່ແຊກແຊງ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ. ນະໂຍບາຍໃນການພັດທະນາຂອງຈີນ ແມ່ນຖືເອົາປະຊາຊົນເປັນແກນກາງ ຫຼື ຖືເອົາປະຊາຊົນເປັນກົກ, ເນັ້ນໃສ່ການພັດທະນາທີ່ຍືນຍົງ ແລະ ຍາວນານຫລາຍກວ່າການຫວັງຜົນໃນໄລຍະສັ້ນ ເຊິ່ງມີຄວາມແຕກຕ່າງກັນກັບການປົກຄອງແບບຕາເວັນຕົກ.

ການຄຸ້ມຄອງສະພາບອາກາດຂອງໂລກ ແລະ ການພັດທະນາແບບຍືນຍົງຂອງຈີນ: ການເປັນຜູ້ນໍາຂອງຈີນໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແມ່ນຫົວຂໍ້ສໍາຄັນຂອງການສົນທະນາ. ທ່ານ ໂມຮໍາເໝັດ ຊາ ຄິບ ບໍ່ເຫັນດີກັບການທີ່ອາເມລິການຖອນຕົວອອກຈາກຂໍ້ຕົກລົງສັນຢາປາຣີ. ຂະນະທີ່ ຈີນ ໄດ້ດໍາເນີນມາດຕະການຢ່າງເດັດຂາດເພື່ອພັດທະນາພະລັງງານສະອາດ ຫລື ພະລັງງານສີຂຽວ. ທ່ານ Arnaud Bertrand ກ່າວວ່າ: ຄວາມຢ້ານກົວກ່ຽວກັບກໍາລັງການຜະລິດສີຂຽວຂອງຈີນຫລາຍເກີນໄປ ຈະເຮັດໃຫ້ບາງປະເທດໃນຕາເວັນຕົກສູນເສຍຄວາມສາມາດໃນການແຂ່ງຂັນກວ່າຄວາມຢ້ານກົວທາງດ້ານເສດຖະກິດ. ສ່ວນ ທ່ານ Jose Ricardo ໄດ້ເນັ້ນຢໍ້າການຮ່ວມມືລະຫວ່າງບຣາຊິນກັບຈີນໃນການພັດທະນາສີຂຽວ ໂດຍຕັ້ງຂໍ້ສັງເກດວ່າ: ຜູ້ຜະລິດລົດຍົນ BYD ແລະ  Great Wall Motors ໄດ້ສ້າງຕັ້ງຢູ່ປະເທດບຣາຊິນເຊິ່ງຖືເປັນການເລັ່ງປ່ຽນແປງບຣາຊິນໄປສູ່ພະລັງງານສີຂຽວທີ່ຍືນຍົງ.

ສ່ວນ ທ່ານ Fred M’membe, ປະທານພັກສັງຄົມນິຍົມຂອງຊັມບີ ໄດ້ຊີ້ໃຫ້ເຫັນວ່າ: ສ່ວນໃຫຍ່ຂອງໂຄງ ການພັດທະນາໂຄງລ່າງພື້ນຖານພະລັງງານສີຂຽວ ແລະ ການຊ່ວຍເຫຼືອທີ່ຈໍາເປັນຕໍ່ອາຟຣິກາແມ່ນມາຈາກຈີນ. ພ້ອມນີ້ ທ່ານໄດ້ຕັ້ງຂໍ້ສັງເກດວ່າ: ຄໍາເວົ້າຂອງບາງປະເທດຕາເວັນຕົກກ່ຽວກັບຄວາມຍືນຍົງສ່ວນໃຫຍ່ຂາດການດໍາເນີນການທີ່ເປັນຮູບປະທໍາ ເຮັດໃຫ້ຈີນກາຍເປັນຄູ່ຄ້າທີ່ໜ້າເຊື່ອຖືນັບມື້ຫຼາຍຂຶ້ນສຳລັບການປ່ຽນແປງສູ່ພະລັງງານສີຂຽວໃນອາຟຣິກາ.

ນາຍົກລັດຖະມົນຕີເນປານ: ເປັນຄູ່ຮ່ວມມືກັບຈີນສໍາລັບການຮ່ວມມື ແລະ ການເຕີບໃຫຍ່ຂອງເຂດໂລກໃຕ້: ໃນຄໍາປາໄສຂອງ ທ່ານ K.P. Sharma Oli ນາຍົກລັດຖະມົນຕີເນປານ ໄດ້ຢືນຢັນຄວາມມຸ່ງໝັ້ນຂອງເນປາຍຕໍ່ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative: BRI) ແລະ ຍ້ອງຍໍບົດບາດຂອງຈີນໃນການສົ່ງເສີມການເຊື່ອມໂຍງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະເທດໃນເຂດໂລກໃຕ້. ທ່ານໄດ້ເລົ່າຄືນກ່ຽວກັບການສົນທະ ນາຂອງທ່ານກັບຜູ້ນໍາຈີນໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການສົ່ງເສີມຄວາມສະເໝີພາບທົ່ວໂລກ.

ທ່ານ K.P. Sharma Oli ກ່າວຢໍ້າວ່າ: ເນປານ ເຊິ່ງເປັນທີ່ຕັ້ງຂອງພູເຂົາຫິມະໄລ ແມ່ນມີຄວາມສ່ຽງຕໍ່ການປ່ຽນແປງຂອງສະພາບອາກາດເປັນພິເສດ, ພ້ອມນີ້ ທ່ານໄດ້ຍົກຍ້ອງຄວາມພະຍາຍາມໃນການພັດທະນາສີຂຽວຂອງຈີນ  ແລະ ຍ້ອງຍໍຊົມເຊີຍວ່າ ຈີນເປັນຕົວແບບທີ່ດີສໍາລັບປະເທດທີ່ປະເຊີນໜ້າກັບຄວາມທ້າທາຍດ້ານສິ່ງແວດລ້ອມ ຫລື ປະເທດທີ່ພວມເລັ່ງໃສ່ການພັດທະນາສີຂຽວ ແລະ ຍືນຍົງ.

 

ທີ່ມາ: https://news.cgtn.com/news/2025-02-28/How-can-China-s-2025-agenda-overcome-Western-doubts–1BkzPUYDflC/p.html