ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ “ການຮ່ວມມື ເພື່ອຢຸດຕິພະຍາດເອສ ແລະ ວັນນະໂລກຢູ່ແຂວງຈໍາປາສັກ ”

Mar 1, 2025

ວັນທີ 28 ກຸມພາ 2025 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ຈັດພິ ທີເຊັນບົດບັນທຶກຄວາມເຂົ້າໃຈ ສໍາລັບໂຄງການ “ ການຮ່ວມມື ເພື່ອຢຸດຕິພະຍາດເອສ ແລະ ວັນນະໂລກ ຢູ່ແຂວງຈໍາປາສັກ ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໂດຍການເປັນປະທານຂອງທ່ານ ບົວທອງ ສຸວັນນະສານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ທ່ານ ນາງ ເມແກນ ຈອນສ(Megan Jones) ເອກອັກຄະລະສະທູດ ອອສຕາລີ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງໂຄງການແມ່ນເພື່ອປະກອບສ່ວນສົ່ງເສີມດ້ານສຸຂະພາບທີ່ດີໃຫ້ແກ່ປະຊາຊົນທີ່ມີຂໍ້ຈຳກັດທາງດ້ານເສດຖະກິດ – ສັງຄົມ ເຊັ່ນ: ສະໜັບສະໜູນໃຫ້ແກ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດທີ່ມີຄວາມສ່ຽງ ຢູ່ເຂດຫ່າງໄກສອກຫຼີກ ທີ່ໄດ້ຮັບຜົນກະທົບຈາກພະຍາດເອດ ແລະ ພະຍາດວັນນະໂລກ ຂອງ 8 ເມືອງ, ມີ 546 ບ້ານເປົ້າ ໝາຍ ທີ່ຂື້ນກັບແຂວງຈຳປາສັກ. ເພື່ອແນ່ໃສ່ເຮັດໃຫ້ອັດຕາການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບພະຍາດເອດ ແລະ ພະຍາດວັນນະໂລກແກ່ກູ່ມເປົ້າຫຼາຍຂຶ້ນ, ເພີ່ມອັດຕາການຊອກຄົ້ນຂອງສອງພະຍາດນີ້ໃຫ້ຫຼາຍທີ່ສຸດ, ແລະ ເມື່ອເປັນພະຍາດແລ້ວ ກໍຕ້ອງໄດ້ຮັບການປີ່ນປົວຢ່າງທັນການ. ໄລຍະໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການນັບແຕ່ມື້ເຊັນບົດບັນທຶກຈົນຮອດ ເດືອນເມສາ ປີ 2027.
ຂ່າວ-ພາບ: ພູວັນ ສີໂສພາ