ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມປະກາດນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ

Mar 1, 2025

ວັນທີ 25 ກຸມພາຜ່ານມານີ້, ທີ່ສະໂມສອນຫ້ອງວ່າການນະ ຄອນຫຼວງພະບາງ ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມການປະກາດ ນະຄອນ ຫຼວງພະບາງເປັນນະຄອນພົ້ນທຸກ ໂດຍການເປັນປະທານຂອງ ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫຼວງພະບາງ.
ກອງປະຊຸມ ໄດ້ປຶກສາຫາລືປະກອບຄຳຄິດເຫັນຕ່າງໆຢ່າງກົງໄປກົງມາໃນແຕ່ ລະດ້ານ ເພື່ອກຽມຄວາມພ້ອມການປະກາດນະຄອນຫຼວງພະບາງເປັນນະຄອນພົ້ນທຸກ, ນະຄອນຫຼວງພະບາງເປັນນະຄອນເຂັ້ມແຂງຮອບດ້ານ ໂດຍໄດ້ຄົ້ນຄ້ວາ ແລະ ມີຄວາມເປັນເອກະພາບໃນກອງປະຊຸມ ທີ່ຈະໄດ້ປະກາດນະຄອນ ຫຼວງພະບາງເປັນນະຄອນພົ້ນທຸກຢູ່ທີ່ສະໂມສອນ ໂຮງຮຽນ ສຸພານຸວົງ, ມີການຈັດງານວາງສະ ແດງສິນຄ້າ, ຊົມຄວາມງາມທິວ ທັດໃນສະຖານທີ່ຈັດງານ, ຮັບຊົມການສະແດງສິລະປະວັນນະຄອນດີພາຍໃນທ້ອງຖິ່ນ ແລະກິດຈະກຳອື່ນໆອີກດ້ວຍ.
ການປະກາດນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແມ່ນໄດ້ຈັດຕັ້ງປະຕິ ບັດຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ສະໄໝທີ 7 ຢ່າງເປັນຂະບວນຟົດຟື້ນ ເພື່ອຮັບປະກັນໃຫ້ທຸກວຽກງານບັນລະຜົນສຳເລັດຕາມຄາດໝາຍວາງໄວ້ ເຊີ່ງນະ ຄອນຫຼວງພະບາງ ໄດ້ມີການປັບປຸງອົງການປົກຄອງບ້ານພາຍໃນ 115 ບ້ານ ໃນທົ່ວນະຄອນສຳເລັດ 100 % , ລົງປັບປຸງປົວແປງພັກ, ໜ່ວຍພັກຮາກຖານບ້ານ, ໜ່ວຍພັກສຳນັກງານ, ກົມກອງ, ໂຮງຮຽນ ແລະ ໂຮງໝໍເຫັນວ່າສຳເລັດ ຮ້ອຍສວນຮ້ອຍ.