ວັນທີ 27 - 28 ກຸມພາ 2025, ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງ ຢູ່ສະໂມສອນເມືອງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ.
ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນ ການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາ ປີ 2029; ຜ່ານຮ່າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024) ແລະ ຜ່ານທິດທາງແຜນພັດ ທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ IXແຕ່ນີ້ ຫາ ປີ 2029.
ຜູ້ແທນກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ ແລະ ຄອບຄົວຕົວແບບການຜະລິດກະສິກຳ; ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະ ຫຼອດໄລຍະ 5 ປີປີຜ່ານມາ
ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງປະທຸມພອນ ໃນຕໍ່ໜ້າ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງປະທຸມພອນ ສະໄໝທີ IX ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຈໍານວນ 27 ສະຫາຍ, ຍິງ 6 ສະຫາຍ ຄື:
ກອງປະຊຸມຄັ້ງປະຖົມມະລຶກໄດ້ດໍາເນີນການປ່ອນບັດເລືອກ ຕັ້ງຄະນະປະຈຳພັກເມືອງ 9 ສະຫາຍ, ຍິງ 1 ສະຫາຍ
ກອງປະຊຸມ ໄດເລືອກເອົາສະຫາຍ ສົມຈິດ ແພງສະຫວັດ
ເປັນເລຂາຄະນະບໍລິຫານງານພັກເມືອງປະທຸມພອນ ສະໄໝທີ IXສະຫາຍ ກິ່ງແກ້ວ ນະວະພົມ ແລະ ສະຫາຍ ແກ້ວຕາ ຍະວົງສາ
ເປັນຮອງເລຂາຄະນະບໍລິຫານງານພັກເມືອງ.
ລືອກເອົາ ສະຫາຍ ແກ້ວຕາ ຍະວົງສາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ວັນດີ ອັກຄະວົງ ແລະ ສະຫາຍ ສົມຊາຍ ພັນທະວົງ ເປັນຮອງປະທານຄະນະກວດກາພັກເມືອງ.
ຂ່າວ-ພາບ: ທູນທອງໃຈ





