ການນໍາພັກ-ລັດ, ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ຫລາຍຮ້ອຍຄົນ ຮ່ວມກັນຍ່າງເພື່ອສຸຂະພາບໃນຕອນ ເຊົ້າວັນທີ 1 ມີນາ 2025 ທີ່ປະຕູໄຊ ເພື່ອສະຫຼອງວັນແມ່ຍິງສາ ກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For ALL women and girls: Rights. Equality. Empowerment.”.
ໃນໂອກາດນີ້, ທ່ານ ນາງ ສິລິກິດ ບຸບຜາ, ຮອງປະທານຄະ ນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຍົກໃຫ້ຄວາມສໍາຄັນຂອງວັນທີ 8 ມີນາ ແມ່ນເຫດ ການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດ ປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິ ປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍ ທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ” ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາ ກົນ.
ພ້ອມນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນວ່າ: ພັກເຮົາເວລາໃດກໍເອົາໃຈໃສ່ ແລະ ຖືວ່າແມ່ຍິງກວມຈໍານວນຫຼາຍກວ່າເຄິ່ງໜຶ່ງຂອງພົນລະເມືອງທົ່ວປະເທດ ຊຶ່ງເປັນກໍາລັງແຮງອັນໃຫຍ່ຫຼວງປະ ກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ພັກ ແລະ ລັດຖະບານລາວ ໄດ້ມີນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ- ຊາຍ ເຮັດໃຫ້ແມ່ຍິງມີສ່ວນຮ່ວມ ແລະ ມີບົດບາດໃນຕໍາແໜ່ງນໍາພາຕັດສິນບັນຫານັບມື້ນັບຫຼາຍຂຶ້ນ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປະຕິບັດສະຫັດສະວັດເພື່ອການພັດທະນາ SDGs ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ ລະໄລຍະໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂໍ້ມູນ: ວັນເພັງ





