ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດ​ການ​ນຳ​ໃຊ້ຕຶກປັນ​ຍາ​ປະ​ດິດ CMG

Mar 1, 2025

ວັນ​ທີ 28 ກຸມ​ພາ ​2025, ພິ​ທີ​ເປີດ​ນຳ​ໃຊ້​ຕຶກ​ປັນຍາປະດິດຫຼື AI ຂອງວິ​ທະ​ຍຸໂທ​ລະ​ພາ​ບ​ສູນ​ກາງຈີນ ຫຼື CMG ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ເຊີ້ນ​ໄຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ແລະ ທ່ານ​ຈ້າວ​ເສີນ​ຊິນ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ ແລະ ເປີດ​ປ້າຍ​​ຕຶກ​ປັນ​ຍາ​ປະ​ດິດ CMG.
ທ່ານ​ຫົງ​ຕ້າ​ຢົ້ງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ທ່ານ​ຫວາງ​ສ້ຽວ​ເຈິ່ນ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ CMG ພ້ອມ​ດ້ວຍ​ແຂກ​ທີ່​ເຂົ້າ​ຮ່ວມ​ພິ​ທີ ໄດ້​ຮ່ວມ​ກັນ​ເປີດ​ນຳ​ໃຊ້ AI ຂອງ​ສື່ມວນ​ຊົນ​ທັງ​ພາບ​ແລະ​ສຽງ CMG, ພ້ອມນີ້, “ປື້ມ​ປົກ​ຂາວ​ການ​ພັດ​ທະ​ນາ​ປັນ​ຍາ​ປະ​ດິດCMG ສະ​ບັບ 2025” ກໍ​ໄດ້​ເຜີຍ​ແຜ່​ໃນ​ມື້​ດຽວ​ກັນ​ນີ້.
ທີ່ມາ: CMG