ຄືນວັນທີ 1 ມີນາ 2025, ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫຼົ້າ ເຂດບ້ານສ່າເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ. ຕໍ່ກັບສະພາບດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ເຄື່ອນໄຫວຕິດຕາມ ແລະ ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ.
ທ່ານ ຄໍາ ນິລະວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າ ໄມ້ແຂວງຈໍາປ່າສັກ ໃຫ້ຂໍ້ມູນວ່າ: ຈຸດເກີດໄຟໄໝ້ປ່າເລີ່ມແຕ່ຕີນພູສ່າເຫຼົ້າຈົນຮອດບໍລິເວນໜ້າຜາໃນຂອບເຂດບ້ານສ່າເຫຼົ້າ ເມືອງໂພນທອງ. ພະແນກກະສິກໍາ ແລະ ປ່າ ໄມ້ແຂວງ ໄດ້ປະ ສານສົມທົບກັບຄະນະພັກ-ອົງການປົກຄອງເມືອງໂພນທອງ ແລະ ບ້ານສ່າເຫຼົ້າ ພາຍໃຕ້ການນໍາພາ-ບັນຊາຂອງທ່ານເຈົ້າແຂວງຈໍາປາສັກ ໄດ້ຕັ້ງໜ້າສຸມໃສ່ນໍາເອົາກໍາລັງກອງຫຼອນ, ປກສ ແລະ ໜ່ວຍງານປ່າໄມ້ບ້ານ ເຄື່ອນໄຫວຕິດຕາມ ແລະ ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ, ຮອດເວລາ 24 ໂມງ, ສາມາດມອດໄຟໄໝ້ປ່າໄດ້ສໍາເລັດປະມານ 80% ໂດຍສະເພາະແມ່ນຈຸດຕໍ່າບໍລິເວນຕີນພູ ສາມາດມອດໄຟໄດ້ສໍາເລັດ ຍັງແຕ່ບໍລິເວນເທິງທີ່ມີຜາສູງບໍ່ສາມາດມອດໄຟໄດ້ ເພາະເປັນເວລາກາງຄືນ ແລະ ມີຄວາມສ່ຽງສູງ.
ມາຮອດຕອນເຊົ້າວັນທີ 2 ມີນາ 2025 ໄດ້ສືບຕໍ່ມອດໄຟ ໂດຍມີກໍາລັງທະຫານຈາກໂຮງຮຽນທະຫານຮາບເລກ 2 ວຽງໄຊ ຈໍານວນໜຶ່ງມາສົມທົບຊ່ວຍເຫຼືອຕື່ມ ແລະ ສາມາດຄວບຄຸມໄຟໄດ້ 100%. ສ່ວນຂອນໄມ້ໃຫຍ່ທີ່ຖືກໄຟໄໝ້ ແລະ ບໍ່ສາ ມາດມອດໄຟໄດ້ ເພາະວ່ານໍ້າບໍ່ພຽງພໍ ກໍາລັງເຈົ້າໜ້າທີ່ໄດ້ເຮັດແລວກັນໄຟໄວ້ ເພື່ອບໍ່ໃຫ້ໄຟໄໝ້ລາມໄປສູ່ຈຸດອື່ນໆ.
ທ່ານ ຄໍາ ນີລາວົງ ໃຫ້ຮູ້ຕື່ມວ່າ: ສາເຫດໄຟໄໝ້ປ່າຢູ່ບໍລິເວນພູ່ສ່າເຫຼົ້່າ ເຂດບ້ານສ່າເຫຼົ້າ ຄັ້ງນີ້ ແແມ່ນເກີດຈາກພໍ່ແມ່ປະຊາຊົນບ້ານສ່າເຫຼົ້າທີ່ໄປຖາງສວນແຖວຕີນພູແລ້ວຈູດ ແລະບໍ່ສາມາດຄວບຄຸມໄຟໄດ້ ເຮັດໃຫ້ໄຟໄໝ້ລາມຂຶ້ນສູ່ເທິງພູ. ຄາດ ຄະເນເນື້ອທີ່ປ່າທີ່ເສຍຫາຍຈາກໄຟໄໝ້ປ່າຄັ້ງນີ້ ປະມານ 10 ກວ່າເຮັກຕາ.
ຂ່າວ: ທູນທອງໃຈ






