ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ​ຜ່ານ​ມາ ນັກ​ທ່ອງ​ທ່ຽວ​ໄທ ເຂົ້າ​-ອອກ​​ເມືອງ​ຈີນຜ່ານ​ດ່ານ​ບໍ່​ຫານ 32.000 ກວ່າ​ເທື່ອ​ຄົນ

Mar 3, 2025

ຕາມ​ການສະ​ຖິ​ຕິ​ຈາກ​ດ່ານກວດ​ກາ​ຄົນ​ເຂົ້າ​-ອອກ​ເມືອງ​ບໍ່​ຫານ​ຂອງ​ຈີຈີ ໃຫ້ຮູ້ວ່າ: ນັບ​ແຕ່​ສັນ​ຍາ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວີ​ຊ່າ​ຕໍ່ປະ​ຊາ​ຊົນ​ຜູ້​ຖື​ໜັງ​ສື​ຜ່ານ​ແດນ​ທົ່ວ​ໄປ​ຂອງ​ສອງ​ປະ​ເທດ​ຈີນ-ໄທ​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມີ​ນາ​​ປີ 2024 ເປັນ​ເວ​ລາ 1 ປີມາ​ນີ້, ນັກ​ທ່ອງ​ທ່ຽວ​​ໄທທີ່​ເຂົ້າ​-ອອກ​ເມືອງ​​ຈີນ​ຜ່ານ​ດ່ານ​ບໍ່​ຫານ​​ໄດ້​ມີ​ເຖິງ 32.000 ກວ່າ​ເທື່ອ​ຄົນ, ໃນ​ນັ້ນ, ນັກ​ທ່ອງ​ທ່ຽວໄທ​ທີ່​ເຂົ້າ​​ເມືອງ​ຈີນ​ ໂດຍ​ຍົກ​ເວັ້ນ​ວີ​ຊ່າ ກວມ​ຫຼາຍກວ່າ 99%.
ດ່ານ​ບໍ່​ຫານ​ຂອງ​ຈີນ​ຕັ້ງ​ຢູ່​ເມືອງ​ຫຼ້າ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​​ລື້​ສິບ​ສອງ​ພັນ​ນາ​ແຂວງ​ຢຸນ​ນານ​ຈີນ ແມ່ນ​ດ່ານ​ທາງ​ບົກ​ລະ​ດັບ​ຊາຊາສຳ​ຄັນ​ຂອງ​ຈີນ​ທີ່​ເຊື່ອມ​ຕໍ່​ກັບ​ລາວ, ໄທ​ ແລະ​ ປະ​ເທດ​ອື່ນໆ​ ໃນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ໃນ​ 1 ປີ​ຜ່ານ​ມາ, ​ຈຳ​ນວນຜູ້​ໂດຍ​ສານ​ຈາກ​ປະ​ເທດ​ທີ​ສາມ​ທີ່​ເຂົ້າ​-ອອກ​ເມືອງ​ຈີນ​ໂດຍ​ຜ່ານ​ດ່ານ​ບໍ່​ຫານ, ນັກ​ທ່ອງ​ທ່ຽວ​ໄທກວມ​ຫຼາຍກວ່າ 60%. ດ່ານ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ດ່ານ​ທາງ​ບົກ​ທີ່​ໃຫຍ່​ທີ່​ສຸດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ໄທ​ທີ່​ເຂົ້າ​ສູ່ແຂວງ​ຢຸນ​ນານຈີນ.
ທີ່ມາ: CMG
May be an image of 8 people and text