ລັດຖະບານອິນເດຍ ໄດ້ຂະຫຍາຍການຊ່ວຍເຫຼືອລ້າປະມານ 1 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ພາຍໃຕ້ກອງທຶນຄູ່ຮ່ວມພັດທະນາ ອິນເດຍ-ສະຫະປະຊາຊາດ.
ທຶນຊ່ວຍເຫຼືອລ້ານີ້ ຈະສະໜັບສະໜູນໂຄງການທີ່ມີຊື່ວ່າ “ການເສີມສ້າງໂພຊະນາການ ໃສ່ໃນອາຫານ ຂະໜາດໃຫຍ່: ກໍລະນີເສີມສ້າງໂພຊະນາການ ໃສ່ໃນເຂົ້າ”.
ໂຄງການດັ່ງກ່າວ ຈັດຕັ້ງປະຕິບັດໂດຍ ໂຄງການອາຫານໂລກ ເພື່ອແນໃສ່ສົ່ງເສີມໂຄງການສ້າງຄວາມເຂັ້ມແຂງດ້ານສະບຽງອາຫານໃນ ສປປ ລາວ, ແກ້ໄຂຍຸດທະສາດສະເພາະດ້ານໂພຊະນາການໃນໄລຍະຍາວ, ເສີມສ້າງລະບົບອາຫານ ແລະ ເພີ່ມຄວາມຫຼາກຫຼາຍທາງດ້ານໂພຊະນາການ ແລະ ແກ້ໄຂການຂາດສານອາຫານຈຸລະພາກໃນ ສປປ ລາວ.
ການສະໜັບສະໜູນໂຄງການດັ່ງກ່າວ ເປັນການສະທ້ອນເຖິງສາຍພົວພັນອັນເລິກເຊິ່ງຂອງອິນເດຍ ກັບ ສປປ ລາວ ເຊິ່ງກວມເອົາຫຼາຍຂົງເຂດຂອງການຮ່ວມມື. ກອງທຶນຄູ່ຮ່ວມມືດ້ານການພັດທະນາຂອງອິນເດຍ – ສປຊ ໄດ້ຮັບການສ້າງຕັ້ງໂດຍລັດຖະບານອິນເດຍ ໃນເດືອນ 6/2017 ໄດ້ໃຫ້ການສະໜັບສະໜູນໂຄງການຢູ່ບັນດາປະເທດພວມພັດທະນາ ເພື່ອແນໃສ່ປະກອບສ່ວນບັນລຸເປົ້າໝາຍພັດທະນາແບບຍືນຍົງ.
ລັດຖະບານອິນເດຍ ໄດ້ໃຫ້ຄຳໝັ້ນສັນຍາວ່າດ້ວຍເງິນຈຳນວນ 150 ລ້ານໂດລາສະຫະລັດຕໍ່ກອງທຶນນີ້, ໄດ້ສະໜອງໃຫ້ 85 ໂຄງການ ໃນ 65 ປະເທດ ທົ່ວໂລກ.
ທີ່ມາ: India Narrative



