ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ເມືອງຍອດອູ ຄັ້ງທີ X

Mar 3, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຍອດອູ, ແຂວງ ຜົ້ງສາລີ ຄັ້ງທີ X ຈັດຂຶ້ນໃນວັນທີ 27-28 ກຸມພາ 2025 ຜ່ານມານີ້. ມີຜູ້ແທນສົມບູນ 149 ສະຫາຍ, ຍິງ 18 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1,512 ສະຫາຍ, ຍິງ 477 ສະຫາຍ, ແຂກເຊີນ 42 ສະຫາຍ, ຍິງ 3ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IX ຊຶ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາ ເຫດ, ບົດຮຽນໃນການນຳພາ-ຊີ້​ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ 5 ປີ ແຕ່ນີ້ຮອດປີ 2029 ໂດຍຈະສຸມໃສ່ການປັບປຸງ, ກໍ່ສ້າງຄະນະ ພັກ, ສະມາຊິກພັກແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາທີ່ດີ ສາມາດເປັນແບບຢ່າງນໍາໜ້າ ໃນການຈັດຕັ້ງປະຕິບັດວຽກງານຢ່າງແທ້ຈິງ; ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນກວ້າງຂວາງ, ມີຄວາມເຂັ້ມແຂງ ແລະ ຖືເອົາວຽກງານດັ່ງກ່າວເປັນໜ້າທີ່ຄວາມຮັບຜິດຊອບ ຂອງທົ່ວປວງຊົນຊາວເມືອງຍອດອູ, ສູ້ຊົນພັດທະ ນາເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍຶນຍົງ ຕາມທິດສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ. ເອົາໃຈໃສ່ອະນຸລັກຮັກສາ, ສົ່ງເສີມວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງເຜົ່າໃຫ້ຍືນຍົງ, ປັບປຸງ ແລະ ສ້າງສື່ມວນຊົນໃຫ້ວອງໄວ, ທັນສະໄໝ.
ກອງປະຊຸມໄດ້ຮັບຟັງການລາຍງານ, ການປະກອບຄຳຄິດຄຳເຫັນ ຈາກຜູ້ແທນ ຕາງໜ້າຂົງເຂດພັກ-ພະນັກງານ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດປົກປ້ອງກົດໝາຍ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ໜ່ວຍພັກຕົວແບບໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄອບຄົວຕົວແບບການລ້ຽງສັດໃຫຍ່, ຫັດຖະກຳປັ້ນຫຼໍ່ ແລະ ບ້ານ​ຕົວ​ແບບກຸ່ມທ້ອນເງິນ.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຍອດອູ ສະໄໝທີ X ມີຜູ້ອອກສະໝັກເລືອກຕັ້ງທັງ ໝົດ 32 ສະຫາຍ, ຍິງ 04 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ຍິງ 03 ສະຫາຍ,
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາ ຄະນະປະຈໍາພັກເມືອງຍອດອູ ຊຸດໃໝ່ ຈຳນວນ 9 ສະຫາຍ, ເຫັນດີເປັນເອກະສັນກັນເລືອກເອົາ ສະຫາຍ ສົມຫວັງ ສຸມວິໄລ ເປັນເລຂາຄະນະບໍລິຫານຫານງານພັກເມືອງ, ສະຫາຍ ທອງສີ ອິນຈັກ ແລະ ສະຫາຍ ສົມບູນ ອິນໃຈ ເປັນຮອງເລຂາຄະນະບໍລິຫານຫານງານພັກເມືອງ, ເລືອກເອົາ ສະຫາຍ ສົມບູນ ອິນໃຈ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ພູວີ ແສງເມືອງ ແລະ ສະຫາຍ ນາງ ອ່ອນສີ ໃຈພົມ ເປັນຮອງປະທານຄະນະກວດກາພັກເມືອງ.
ກອງປະຊຸມ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຜົ້ງສາລີ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດຊີ້ນຳ ໃຫ້ແກ່ຄະນະບໍລິ ຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນກອງປະຊຸມໃນການຈັດຕັ້ງປະຕິບັດ ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຍອດອູ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ, ນຳໄປຄົ້ນຄ້ວາເຊື່ອມຊຶມ, ຜັນຂະຫຍາຍຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນຕົວຈິງ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນບັນດາເຜົ່າໃນທົ່ວເມືອງ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ.
ພາບ: ແສງເພັດ, ຂ່າວ: ໄລພອນ, ຖວທ ເມືອງຍອດອູ
May be an image of 11 people and text