ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫຼວງພະບາງ ຮັບຮອງແຜນຄຸ້ມຄອງນ້ຳໃຕ້ດິນ

Mar 3, 2025

ໃນຕອນເຊົ້າຂອງວັນທີ 03 ມີນາ 2025 ທີ່ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຮັບຮອງແຜນຄຸ້ມຄອງນ້ຳໃຕ້ດິນ ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ພ້ອມດຽວກັນນັ້ນ, ກໍຍັງມີທ່ານຫົວໜ້າກົມຊັບພະຍາກອນນໍ້າ, ມີຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ພຊສ) ແຂວງຫຼວງພະບາງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ພາຍໃນແຂວງຫຼວງພະບາງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນທີ່ປະຊຸມ, ທ່ານ ອຸດົມສັກ ພິລາວົງ, ຫົວໜ້າກົມຊັບພະຍາກອນນ້ຳ ໄດ້ລາຍງານ ກ່ຽວກັບ ແຜນຄຸ້ມຄອງນໍ້າໃຕ້ດິນ ແຂວງຫຼວງພະບາງ ຕໍ່ທີ່ປະຊຸມ, ສຳລັບແຜນຄຸ້ມຄອງນໍ້າໃຕ້ດິນ ສະບັບນີ້ຈຸດປະສົງລວມແມ່ນ ເພື່ອປັບປຸງວຽກງານ ການຄຸ້ມຄອງນໍ້າໃຕ້ດິນໃຫ້ ເປັນລະບົບ ແລະ ມີປະສິດທິພາບໃຫ້ສູງຂຶ້ນ ພ້ອມທັງ ຊຸກຍູ້ສົ່ງເສີມການນໍາໃຊ້ນໍ້າໃຕ້ດິນ ຢ່າງມີປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ບົນພື້ນຖານ ຫຼັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ທີ່ເປັນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ນຳໄປສູ່ການຫຼຸດຜ່ອນຄວາມທຸກຍາກ ແລະ ເສີມຂະຫຍາຍການຊົມໃຊ້ນໍ້າໃຕ້ດິນ ໃຫ້ເຂົ້າເຖິງທຸກກຸ່ມຄົນໃນສັງຄົມບໍ່ວ່າຈະເປັນຍິງ, ຊາຍ, ເດັກນ້ອຍ, ຜູ້ພິການລວມເຖິງຜູ້ດ້ອຍໂອກາດ. ສຳລັບແຜນຄຸ້ມຄອງນໍ້າໃຕ້ດິນ ໄດ້ຖືກສ້າງຂຶ້ນໃຫ້ສອດຄ່ອງກັບບັນດານະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນ ແລະ ເມືອງ. ໃນນັ້ນ, ລວມມີແຜນພັດທະນາຂອງຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນການສົ່ງເສີມ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ ເພື່ອຮັບປະກັນການນໍາໃຊ້ນໍ້າໃຕ້ດິນໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ນອກນັ້ນ ໃນທີ່ປະຊຸມ ຍັງໄດ້ຮັບຟັງ ການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການນໍາໃຊ້ນໍ້າ ສະບັບເລກທີ 6118/ກຊສ, ລົງວັນທີ 29 ພະຈິກ 2022 ຈາກຕາງໜ້າ ກົມຊັບພະຍາກອນນ້ຳ ພາຍຫຼັງຮັບຟັງການນຳສະເໜີແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາ ກ່ຽວກັບການນຳໃຊ້ນ້ຳ ໃຫ້ມີຄວາມຍືນຍົງ ສາມາດຕອບສະໜອງ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນ ເທື່ອລະກ້າວ.
ຫຼັງຈາກນັ້ນ, ກໍໄດ້ມີພິທີຮັບຮອງ ແຜນຄຸ້ມຄອງນ້ຳໃຕ້ດິນແຂວງຫຼວງພະບາງຂຶ້ນ ເຊິ່ງຕາງໜ້າອົງການປົກຄອງແຂວງຫຼວງພະບາງລົງນາມ ໂດຍ ທ່ານ ນ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ແລະ ຕາງໜ້າລົງນາມ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຂ່າວໂດຍ: ອະພິເດດ ແສງດາລາ