ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຈໍາປາສັກ ຄັ້ງທີ IX​ ໄຂຂຶ້ນຢ່າງເປັນທາງການ

Mar 3, 2025

ວັນທີ​ 3 ມີນາ 2025,​ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຈໍາປາສັກ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ສະໂມສອນເມືອງ​ ໂດຍການໃຫ້ກຽດເຂົ້າຮ່ວ​ມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະ​ການ​ກໍາມະ​ການ​ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ສະຫາຍ​ ສະນັ່ນ​ ສີ​ພາ​ພົມມະຈັນ​ ຮອງເລຂາຄະນະບໍລິຫານງານພັກແຂວງ​ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງຈໍາປາສັກ, ສະຫາຍ ສະຫວາດ ແກ້ວບັນດິດ ກຳມະການພັກແຂວງ​ ເລຂາຄະນະບໍລິຫານງານພັກເມືອງ​ ເຈົ້າເມືອງຈໍາປາສັກ.​ ມີການນໍາແຂວງ, ອະດີດພະນັກງານອາວຸໂສບໍານານ, ການນໍາພະແນກການຂອງແຂວງ, ການນໍາ 8 ເມືອງ, ການນໍານະຄອນປາກເຊ ພ້ອມດ້ວຍ​ຄະນະປະ​ຈໍາ​ພັກເມືອງ, ກໍາມະການ​ພັກເມືອງ,​ ເລຂາຄະນະພັກຮາກຖານ,​ ເລຂາໜ່ວຍພັກບ້ານ ແລະ​ ຜູ້ແທນສົມບູນຈໍານວນ 189 ສະຫາຍ, ຍິງ 30 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ 2.149 ສະຫາຍ, ຍິງ 563 ສະຫາຍ ເຂົ້າຮ່ວມ.
ໂອກາດກ່າວໄຂກອງປະຊູມ,​ ສະຫາຍ ສະຫວາດ ແກ້ວບັນດິດ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຈໍາປາສັກ ຄັ້ງທີ IX ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໄດ້ສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນຢ່າງເປັນຂະບວນຟົດຟື້ນ. ພ້ອມນີ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງນີ້ ແມ່ນມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາລະນາຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງຈໍາປາສັກ ກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ, ພ້ອມນັ້ນ ກໍຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ​ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້. ສະນັ້ນ, ຈິ່ງຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມທຸກສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ, ຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງ ຖືກຕ້ອງ,​ ປະກອບສ່ວນໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ.
ນອກນີ້​ ຜູ້ແທນ​ກອງປະຊຸມ​ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ ແລະ ຄອບຄົວຕົວແບບການຜະລິດກະສິກຳ; ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາ.​ ຈາກນັ້ນ,​ ຜູ້ແທນກອງປະຊຸມໃຫຍ່​ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແຕ່ນີ້ຮອດປີ 2029.​
ຕອນທ້າຍ​ກອງປະຊຸຸມ ຍັງຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ຕື່ມອີກ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈໍາປາສັກ ຄັ້ງທີ IX ຈະດຳເນີນໄປເປັນເວລາ 2 ວັນ​ ຄື: ວັນທີ 3 – 4 ມີນາ 2025.​
ຂ່າວ-ພາບ: ຈັນທະວີສັກ