ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ- ຈີນ ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາບຳລຸງສ້າງ

Mar 3, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 2 ມີນານີ້ ຢູ່ສຳນັກງານລັດ ຖະບານຫວຽດນາມທີ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ ຕ້ອນຮັບ ສາດສະດາຈານ, ປ.ອ ຄີວຢົງ (Qiu Yong), ກຳມະການສຳຮອງ ສູນ ກາງພັກກອມມູນິດ ຈີນ, ເລຂາຄະນະພັກມະຫາວິທະຍາໄລ ຊິງຮວາ(Tsinghua), ສະມາຊິກສະຖາບັນວິທະຍາສາດ ຈີນ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ໃນໂອກາດນີ້ ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມື ອັນດີງາມລະຫວ່າງມະຫາວິທະຍາໄລ Tsinghua ກັບບັນດາ ຄູ່ຮ່ວມມືຫວຽດນາມ ໃນໄລ ຍະຜ່ານມາ. ພ້ອມທັງ ໄດ້ກ່າວເນັ້ນໜັກກ່ຽວກັບສາມມະຫາວິທະຍາໄລແຖວໜ້າຂອງຫວຽດນາມ ຄື: ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລເສດຖະກິດ ໄດ້ເຊັນເອກະສານຮ່ວມມືກັບ ມະຫາວິທະຍາໄລ ຊິງຮວາ(Tsinghua) ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພົບປະຮ່ວມມືລະຫວ່າງສອງຝ່າຍເທົ່ານັ້ນ, ຫາກຍັງເປີດໂອກາດອັນລ້ຳຄ່າເພື່ອໃຫ້ນັກສຶກ ສາ, ຄູອາຈານ, ນັກຄົ້ນຄວ້າຫວຽດນາມ ເພີ່ມມທະວີການສຳຜັດກັບພູມປັນຍາທີ່ກ້າວໜ້າ, ເປັນຕົ້ນ ແມ່ນໝາກຜົນດ້ານວິທະຍາສາດ ອັນພົ້ນເດັ່ນ ຂອງມະຫາວິທະຍາໄລ Tsinghua.
ສ່ວນ ທ່ານ ສາດສະດາຈານ, ປ.ອ Qiu Yong ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າ ທີ່ຕັ້ງໜ້າ, ໝາກຜົນສຳຄັນຂອງຂະແໜງການສຶກສາ ແລະ ບຳລຸງສ້າງ ຫວຽດ ນາມ ໃນໄລຍະຜ່ານມາ ແລະ ຢັ້ງຢືນ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ ຢ່າງແຮງການຮ່ວມມື ດ້ານການສຶກສາບຳລຸງສ້າງ, ແລກປ່ຽນຄວາມຮູ້, ຄົ້ນຄວ້າ ວິທະຍາສາດລະຫວ່າງ ມະ ຫາວິທະຍາໄລ Tsinghua ແລະ ບັນດາອົງການ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ຂອງ ສສ ຫວຽດນາມ ໃນໄລຍະຈະມາເຖິງ.
ໃນໂອກາດນີ້, ມະຫາວິທະຍາໄລ Tsinghua ໄດ້ມອບລາງວັນ “ສາດສະດາຈານກຽດຕິສັກ” ໃຫ້ແກ່ ທ່ານ ຟ້າມມິງຈິງ ທີ່ມີຜົນງານໃນການປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ ຫວຽດນາມ ແລະ ການຮ່ວມມື ລະຫວ່າງຫວຽດນາມ ແລະ ຈີນ ໃນໄລຍະຜ່ານມາ.
May be an image of 2 people and text