ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃນວັນທີ 3 ມີນານີ້ ທີ່ສະໂມສອນຂອງ ຄອສພ.
ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານກ່າວເປີດພິທີ, ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈທາງດ້ານການຫັນເປັນດີຈີຕອນ ພ້ອມທັງແນະນຳການນຳໃຊ້ເຄື່ອງມືດີຈີຕອນ ໃນການສ້າງ ແລະ ບໍໍລິຫານຈັດການຂໍ້ມູນດີຈີຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ຂອງໄລຍະການພັດທະນາໃນຍຸກດີຈີຕອນ, ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ ການຜັນຂະຫຍາຍຍຸດທະສາດການຫັນເປັນດີຈີຕອນ, ການພັດທະນາຊັບພະຍາກອນມະນຸດດ້ານດີຈີຕອນ ແລະ ບັນດານິຕິກຳກ່ຽວກັບການຫັນເປັນດີຈີຕອນ ຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຫັນເປັນດີຈີຕອນ ຂອງ ສປປ ລາວ ເພື່ອຊ່ວຍໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການຍົກສູງທາງດ້ານຄວາມຮູ້ຄວາມສາມາດ ໃນຍຸກການປະຕິວັດອຸດສາຫະກໍາ 4.0 ຊຶ່ງເປັນຍຸກທີ່ເຕັກໂນໂລຊີດີຈີຕອນໄດ້ມີບົດບາດ ແລະ ແຜ່ຂະຫຍາຍໄປທົ່ວໂລກ, ການນຳໃຊ້ສື່ສັງຄົມອອນລາຍ ປຽບດັ່ງມີດສອງຄົມ ທີ່ຕິດພັນກັບການດໍາລົງຊີວິດຂອງມວນມະນຸດເຮົາໃນປັດຈຸບັນ, ເພາະວ່າເຕັກໂນໂລຊີດັ່ງກ່າວ ເປັນແຮງຊຸກດັນໃຫ້ການພັດ ທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງແຂງແຮງ, ເປັນເຄື່ອງມືເຊື່ອມໂຍງເຊື່ອມຈອດ ລະຫວ່າງບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກຕສ, ພາບ: ແສງຈັນ





