ການສອບເສັງນັກຮຽນເກັ່ງຊັ້ນປະຖົມ ປ.5, ຊັ້ນມັດທະຍົມສຶກສາ ຕອນຕົ້ນ (ມ.4) ແລະຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ປະຈໍາສົກຮຽນ 2024 – 2025 ຂັ້ນແຂວງຫຼວງພະບາງ ຈັດຂື້ນໃນອາທິດຜ່ານມານີ້.
ການສອບເສັງຄັ້ງນີ້ ມີນັກຮຽນເຂົ້າສອບເສັງທັງໝົດ 195 ຄົນ, ຍິງ 100 ຄົນ ໃນນີ້ ຊັ້ນປະ ຖົມສຶກສາ ປ5 ມີ 41 ຄົນ, ຍິງ 18 ຄົນ ສອບເສັງໃນ 3 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດ ສາດ, ວິທະຍາສາດ ແລະສິງແວດລ້ອມ, ຊັ້ນມັດທະຍົມສຶກສາ ຕອນຕົ້ນ(ມ.4) ມີນັກສອບເສັງ 74 ຄົນ, ຍິງ 44 ຄົນ, ຊັ້ນມັດທະຍົມຕອນປາຍ (ມ.7) ມີນັກສອບເສັງ 80 ຄົນ, ຍິງ 38 ຄົນ, ສອບເສັງໃນ 4 ວິຊາຄື: ຄະນິດ ສາດ, ພາສາລາວ-ວັນນະຄະດີ, ຟຼີຊິກສາດ ແລະເຄມີສາດ.
ຜົນການສອບເສັງອັນດັບ 1 ຂອງແຕ່ລະວິຊາຂອງທັງ 3 ຊັ້ນຮຽນ ມີດັ່ງນີ້:
+ ຊັ້ນປະຖົມ ປ5, ວິຊາພາສາລາວ-ວັນນະຄະດີ: ທ້າວ ສຸລິຍາ ມະນີ ຈາກໂຮງຮຽນປະຖົມກຽດຕິສັກນານາຊາດ, ວິຊາຄະນິດສາດ: ທ້າວ ສຸວິສິນ ຄວງຈະເລີນ ຈາກໂຮງຮຽນປະຖົມຮຸ່ງຟ້າ, ວິຊາວິທະຍາ ສາດ ແລະສິ່ງແວດລ້ອມ: ນາງ ນັດຕິຢາ ສີບຸນທັນ ຈາກໂຮງຮຽນປະຖົມ ຊ້າງແກ້ວ.
+ ຊັ້ນມັດທະຍົມຕົ້ນ ມ4: ວິຊາພາສາລາວວັນນະຄະດີ: ນາງ ນັດທະວິພາ ວຽງໄຊ ຈາກໂຮງຮຽນມັດທະຍົມຕົ້ນເອື້ອຍໜູນ້ອຍ, ວິຊາຄະນິດສາດ: ທ້າວ ແກ້ວມັງກອນ ຈັນຖາວອນ ຈາກໂຮງຮຽນມັດທະຍົມສົມບູນປ່ອງຄຳ, ວິຊາເຄມີສາດ: ທ້າວ ຈັນທະຄອນ ພົມວິທຳ ຈາກໂຮງຮຽນມັດທະຍົມຕົ້ນເທບປັນຍາ ແລະ ວິຊາຟີຊິກສາດ: ທ້າວ ບຸດທະຄອນ ຈັນທະຄຸນ ຈາກໂຮງຮຽນມັດທະຍົມສົມບູນປ່ອງຄຳ.
+ ຊັ້ນມັດທະຍົມປາຍ ມ7, ວິຊາພາສາລາວ-ວັນນະຄະດີ: ນາງ ທຸມມາ ແພງລືຊາ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ, ວິຊາຄະນິດສາດ: ທ້າວ ອຸດອນ ມະນີຍົມ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ, ວິຊາເຄມີສາດ: ທ້າວ ກົງ ຢ່າງ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະວິຊາ ຟີຊິກສາດ: ທ້າວ ຊະວ່າ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ.
ຂ່າວ: ສອນອາຄົມ ແກ້ວຄຳເພັດ





