ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດ ແທກພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນນະເຂດ ພ້ອມດ້ວຍຫ້ອງການ ອຸດສາຫະກຳ ແລະການຄ້າ 14 ເມືອງ ແລະ1 ນະຄອນ ໄດ້ພ້ອມກັນລົງເຄື່ອນໄຫວກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ ແລະອອກໃບຢັ້ງຢືນປະຈຳປີ 2025 ໃຫ້ຜູ້ປະກອບການນ້ຳ ມັນເຊື້ອໄຟພາຍ ໃນແຂວງ ເພື່ອສ້າງຄວາມຍຸຕິທຳໃນສັງຄົມ. ວັນທີ 26 ກຸມພາຜ່ານມານີ້, ໄດ້ລົງກວດທຽບ ຄືນຫົວຈ່າຍນ້ຳມັນເຊື້ອໄຟທີ່ ປ້ຳນ້ຳມັນຕົວແບບລັດວິສາຫະ ກິດນ້ຳມັນເຊື້ອໄຟລາວສາຂາ ສະຫວັນນະເຂດ(ປ້ຳນາເຊັງ) ເຊິ່ງເປັນປ້ຳທຳອິດຂອງນະ ຄອນໄກສອນ ພົມວິຫານ ໂດຍ ການນຳພາ-ຊີ້ນຳໃນຄັ້ງນີ້ ຂອງທ່ານ ສີໂທ ທໍລະທາ ວ່າ ການຫົວໜ້າພະແນກອຸດສາຫະ ກຳ ແລະການຄ້າແຂວງ ແລະ ທ່ານ ສາຍສະໝອນ ເພັດຊົມພູ ຫົວໜ້າຂະແໜງຊັບສິນທາງ ປັນຍາ, ມາດຕະຖານ ແລະວັດ ແທກ ພ້ອມຄະນະວິຊາການທີ່ ກ່ຽວຂ້ອງຂັ້ນແຂວງ ແລະຂັ້ນ ນະຄອນ.
ໃນການລົງກວດສອບໃນ ຄັ້ງນີ້ ແມ່ນໄດ້ກວດສອບ, ກວດ ທຽບທາງດ້ານບໍລິ ມາດ, ຕູ້ຈ່າຍ ນ້ຳມັນ ແລະຫົວຈ່າຍນ້ຳມັນ ໂດຍນຳໃຊ້ແມ່ແບບວັດແທກ ຖັງຜອງຂະ ໜາດ 5 ລິດ ເພື່ອ ວັດແທກບໍລິມາດນ້ຳມັນ 3 ຄັ້ງ ຕໍ່ຫົວຈ່າຍ(ທັງນ້ຳມັນກາຊວນ ແລະ ແອັດຊັງ), ໂດຍໄດ້ມີການ ສັງເກດບໍລິມາດນ້ຳມັນວ່າ ໄດ້ມາດຕະຖານຕາມແມ່ແບບ ຫຼືບໍ່ ຊຶ່ງຄິດໄລ່ຄ່າຜິດດ່ຽງຂອງ ບໍລິມາດນ້ຳມັນເມື່ອຢູ່ໃນເກນ ມາດຕະຖານຕາມລະບຽບກົດ ໝາຍມາດຕະຖານ ແລະກົດ ໝາຍວັດແທກວາງອອກ (ບໍ່ໃຫ້ເກີນ5) ຫຼັງຈາກນັ້ນ, ຈິ່ງ ໜີບກົ່ວ, ຕິດສະຕິກເກີ້ມາດຕະ ຖານ ແລະອອກໃບຢັ້ງຢືນມາດ ຕະຖານ ໃຫ້ປ້ຳນ້ຳມັນທີ່ກວດ ທຽບຜ່ານມາດຕະຖານ; ເຊິ່ງ ຜ່ານການກວດສອບໃນຄັ້ງ ນີ້ເຫັນວ່າປ້ຳນ້ຳມັນຕົວແບບ ນາເຊັງ ແມ່ນຢູ່ໃນເກນມາດຕະຖານທີ່ກົດໝາຍມາດຕະຖານ ແລະກົດໝາຍວັດແທກກຳນົດ ໄວ້. ເຊິ່ງການກວດສອບນີ້ກໍ່ ເພື່ອກວດທຽບຄວາມຖືກຕ້ອງ ຊັດເຈນຂອງຫົວຈ່າຍນ້ຳມັນ ເຊື້ອໄຟແນໃສ່ຮັບປະ ກັນສິດ ແລະຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດບໍລິ ການນ້ຳມັນເຊື້ອໄຟ ແລະຜູ້ຊົມ ໃຊ້ເພື່ອໃຫ້ມີຄວາມຍຸຕິທຳໃນສັງຄົມ.
ທ່ານ ສີໂທ ທໍລະທາ ໄດ້ເນັ້ນສຳຄັນໃຫ້ ເອົາໃຈໃສ່ໃນການກວດທຽບ ຫົວຈ່າຍນ້ຳມັນເຊື້ອໄຟໃນແຕ່ລະປ້ຳຢ່າງລະອຽດ ເພື່ອໃຫ້ ໄດ້ຕາມມາດຕະຖານ ແລະມີ ຄວາມຖືກຕ້ອງຊັດເຈນທັງນີ້ກໍ່ເພື່ອແນໃສ່ຄຸ້ມຄອງຜູ້ປະ ກອບການປ້ຳນ້ຳມັນບໍລິການ ທີ່ມີຄຸນະພາບ, ເຮັດໃຫ້ຜູ້ຊົມໃຊ້ ບໍລິການມີຄວາມເພິ່ງພໍໃຈ, ໝັ້ນໃຈ ແລະໄດ້ຮັບການຄຸ້ມ ຄອງຢ່າງຍຸຕິທຳ.
ສຳລັບການກວດທຽບ ຫົວຈ່າຍນ້ຳມັນເຊື້ອໄຟໃນທົ່ວ ແຂວງສະຫວັນນະເຂດ ແມ່ນ ໄດ້ມີການຈັດຕັ້ງປະຕິບັດໃນ ທຸກໆປີ, ສຳລັບປີ 2025 ນີ້ ແມ່ນໄດ້ຈັດຕັ້ງປະຕິບັດນັບແຕ່ ວັນທີ 17 ກຸມພາເປັນຕົ້ນມາ ຊຶ່ງລວມມີປ້ຳທົ່ວແຂວງທັງ ໝົດ 217 ປ້ຳ ໂດຍຈະໃຫ້ສຳ ເລັດພາຍໃນເວລາ 18 ວັນ.
ທີ່ມາ: ສະຫວັນພັດທະນາ ຂ່າວ





